ລາຍການ “ແສນສະຫງ່າຫວຽດນາມ-ຮ່ອງຮອຍ 30 ປີ ແຫ່ງການປ່ຽນໃໝ່“

(VOVWORLD) -ລາຍການ “ແສນສະຫງ່າຫວຽດນາມ - ຮ່ອງຮອຍ 30 ປີແຫ່ງການປ່ຽນໃໝ່“ ໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 20/5, ຢູ່ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ
ລາຍການ “ແສນສະຫງ່າຫວຽດນາມ-ຮ່ອງຮອຍ 30 ປີ ແຫ່ງການປ່ຽນໃໝ່“ - ảnh 1ກອງປະຊຸມຂ່າວ  ລາຍການ “ແສນສະຫງ່າຫວຽດນາມ - ຮ່ອງຮອຍ 30 ປີແຫ່ງການປ່ຽນໃໝ່ (ພາບ: ອິນເຕີແນັດ)


30 ໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຍ້ອງຍໍໃນປີນີ້ ລ້ວນແຕ່ມີການປະກອບສ່ວນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ບັນດາແບບຢ່າງທີ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຜ່ານ 30 ປີແຫ່ງການປ່ຽນແປງໃໝ່. ຜ່ານລາຍການຈະປຸກລຸກນຳ້ໃຈຮັກຊາດ, ເຈດຈຳນົງຕັດສິນໃຈ, ນຳ້ໃຈອອກແຮງງານຢ່າງມີຫົວຄິດປະດິດສ້າງ ເພື່ອການພັດທະນາປະເທດຊາດ, ມຸ່ງໄປເຖິງຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຍ້ອງຍໍໃນລາຍການ“ ແສນສະຫງ່າ ຫວຽດນາມ - ຮ່ອງຮອຍ 30 ປີ ແຫ່ງການປ່ຽນໃໝ່“

ຕອບກັບ

ຂ່າວ/ບົດ​ອື່ນ