ລາວກະກຽມສະເຫຼີມສະຫຼອງ20ປີແຫ່ງວັນຫຼວງພະບາງໄດ້ຮັບການຮັບຮອງເປັນມໍລະດົກໂລກ

ລາວກະກຽມສະເຫຼີມສະຫຼອງ20ປີແຫ່ງວັນຫຼວງພະບາງໄດ້ຮັບການຮັບຮອງເປັນມໍລະດົກໂລກ - ảnh 1
(ພາບປະກອບ:dulich.dantri.com.vn)

(vovworld) –  ຢູ່​ແຂວງ​ ຫຼວງ​ພະ​ບາງ, ປະ​ເທດ ລາວ, ຫາ​ກໍ​ດຳ​ເນີນ​ກອງ​ປະຊຸມ​ກະກຽມ​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະ​ຫຼອງ 20 ປີ​ແຫ່ງ​ວັນ​ຫຼວງ​ພະ​ບາງ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງ​ພະ​ບາງ ສາຍສະ​ໝອນ ຄົມທະ​ວົງ ​ໃຫ້​ຮູ້​ວ່າ: ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ຄັ້ງ​ນີ້ຈະ​ມີການວາງສະ​ແດງ​ຮູບ​ຖ່າຍ, ສະ​ແດງ​ສິລະ​ປະ ​ແລະ ຈັດ​ຕັ້ງ​ງານ​ຕະຫຼາດນັດ​ການວາງສະ​ແດງ​ເຄື່ອງ​ສິລະ​ປະ​ຫົດ​ຖະກຳຢູ່​ຕະຫຼາດ​ບ້ານ ປ່າ​ຂາມ, ພ້ອມ​ທັງ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ຂອງ ລາວ. ພິທີ​ສະ​ເຫຼີ​ມສະຫຼອງ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ມີ​ການ​ແຮ່​ຂະ​ບວນຈາກ​ຫໍພິພິດ​ຕະພັນ​ແຫ່ງ​ຊາດ ​ຫາວັດ​ ຊຽງ​ທອງຂອງກ່ວາ 30 ຄະນະ​ໃນ​ລະຫວ່າງ​ວັນ​ທີ 5-9/12 ຈະ​ມາ​ເຖິງ. ພິທີ​ສະ​ເຫຼີ​ມສະຫຼອງ​ແມ່ນ​ໂອກາດ​ໂຄສະນາ​ມໍລະດົກ​ໂລກ ຫຼວງ​ພະ​ບາງ ອອກ​ສູ່​​ພາກ​ພື້ນ​ກໍ​ຄື​ໃນ​ໂລກ ​ແລະ ສະ​ແດງ​ໃຫ້​ເຫັນ​ການປົກ​ປັກ​ຮັກສາ​ຄຸນຄ່າ​ວັດທະນະທຳ​ຂອງ​ປະ​ເທດ​ລາວ​ເວົ້າ​ລວມ ​ແລະ ຂອງ​ແຂວງ ຫຼວງ​ພະ​ບາງ ​ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ