ລາວຈັດຕັ້ງກອງປະຊຸມສຳມະນາບົດຮຽນສື່ຂ່າວໃນບັນດາເຫດການໃຫຍ່ສະຫງວນໃຫ້ນັກຂ່າວອາຊຽນ

ລາວຈັດຕັ້ງກອງປະຊຸມສຳມະນາບົດຮຽນສື່ຂ່າວໃນບັນດາເຫດການໃຫຍ່ສະຫງວນໃຫ້ນັກຂ່າວອາຊຽນ - ảnh 1
(ກອງປະຊຸມສຳມະນາບົດຮຽນສື່ຂ່າວ
ໃນບັນດາເຫດການໃຫຍ່ສະຫງວນໃຫ້ນັກຂ່າວອາຊຽນ)

(vovworld) - ​ ​​ວັນ​ທີ 23/11, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ​ປະ​ເທດ​ລາວ, ກະ​ຊວງ​​ຖະ​ແຫຼງ​ຂ່າວ, ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ບົດ​ຮຽນ​ສື່​ຂ່າວຢ​ູ່​ບັນ​ດາ​ເຫດ​ການ​ໃຫຍ່​​ທີ່ສະ​ຫງວນ​ໃຫ້​ນັ​ກ​ຂ່າວ​ອາ​ຊຽນ. ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 23 – 26/11, ​​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ໂຄ​ສະ​ນາ​ກ່ຽວ​ກັບ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ​ໃຫຍ່​ຂອງ​ປະ​ເທດ​ຕົນ, ພ້ອ​ມ​ທັງ​ແບ່ງ​ປັນ​ບົດ​ຮຽນ ແລະ ທັກ​ສະ​​ຂອງຕົວ​ເອງເມື່ອ​ປະ​ຕິ​ບັດ​ງານ​ຢູ່​ບັນ​ດາ​ເຫດ​ການນັ້ນ, ກໍ​ຄື​ວິ​ທີ​ການ ແລະ ບັນ​ດາ​ສິ່ງ​ທີ່​ຕ້ອງ​ຮູ້​ເມື່ອ​ເຮັດ​ວຽກ​ງານ​ສື່ມວນ​ຊົນ​ຢູ່​ປະ​ເທດ​ປະ​ຈຳ​ຖີ່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​​ຖະ​ແຫຼງ​ຂ່າວ, ​ວັດ​ທະ​ນະ​ທຳ ແລະ ​ທ່ອງ​ທ່ຽວ​ລາວ ສະ​ຫວັນ​ຄອນ ຣາ​ຊ​ມຸນ​ຕ​ຣີ ຢືນ​ຢັນ​ວ່າ, ນັກ​ຂ່າວ​ອາ​ຊຽນ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ອາ​ຊຽນ, ສ້າງ​ຄວາມ​ສາ​ມັກ​ຄີ, ຊຸກ​ຍູ້​ອາ​ຊຽນ ກ້າວ​ໄປ​ເຖິງ​ຈຸດ​ໝາຍ​ລວ​ມ. ກອງ​ປະ​ຊຸມ​ສຳ​ມະ​ນາກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ສື່​​ມວນ​ຊົນ​ເວົ້າ​ສະ​ເພາະ ກໍ​ຄື​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ ເວົ້າ​ລວ​ມ ຊອກ​ຮູ້, ເຊື່ອມ​ໂຍງ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ໃນ​ສະ​ພາ​ວະ​ທີ່​ປະ​ຊາ​​ຄົມ​ອາ​ຊຽນ ໃກ​້ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ.

ຂ່າວ/ບົດ​ອື່ນ