ລາວແລະຢີປຸ່ນເປັນເອກະພາບຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ

ລາວແລະຢີປຸ່ນເປັນເອກະພາບຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ - ảnh 1
ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Fumio Kishida
(ພາບ​ປະ​ກອບ: sputniknews.com)

(vovworld)- ​ໃນ​ວັນ​ທີ 4/5, ທີ່​ການ​ພົບ​ປະ​ເຈ​ລະ​ຈາ ຢູ່ ນະ​ຄອນຫຼວງວຽງ​ຈັນ, ລາວ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄູ່​ຕຳ​ແໜ່ງ​ຢີ​ປຸ່ນ ທ່ານ Fumio Kishida ເປັນ​ເອ​ກະ​ພາບ​ນຳ​ກັນວ່າ: ບັນ​ດາ​ການ​ຂັດ​ແຍ້ງ ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້ແກ້​ໄຂ​ດ້ວຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ໃນ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ Kishid ສະ​ແດງ​ຄວາມ​ຄວາມ​ຫັວງ​ວ່າ, ປັດ​ຈຸ​ບັນ​ລາວ ​ເປັນ​ປະ​ທານ​ຜັດ​ປ່ຽນ​​ຂອງ ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN)  ໃນ​ປີນີ້, ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ ຂອງ​ຕົນ​ ເພື່ອໃຫ້ ASEAN ສາ​ມາດ​​ຍົກ​ອອກ​ສານ​ທີ່ແຂງແຮງ ກ່ຽວ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຄຽງ​ຄູ່​ກັນ​ນັ້ນ, ທ່ານ Kishida ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກໍ່​ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ຢີ​ປຸ່ນ ປາດ​ຖະ​ໜາຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ລາວ.

        ໃນ​ການ​ມາ​ຢ້ຽມ​ຢາມ​ລາວ ຂອງ​ ທ່ານ Kishida ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ສອງ​ຝ່າຍ​ໄດ້​ລົງ​ນາມ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ. ຕາມນັ້ນແລ້ວ, ຢີ​ປຸ່ນ ຈະ​​ໜູນຊ່ວຍ ​ລາວ 2,528 ຕື້​ເຢນ (23,7 ລ້ານ​ໂດ​ລາ​ສະ​ຫະ​ລັດ) ເພື່ອກໍ່​ສ້າງ​ບັນ​ດາ​ຂົວ​ບົນ​ເສັ້ນ​ທາງ​ເລກ 9 ແຫ່ງ​ຊາດ​ລາວ ແລະ ສ່ວນ​ໜຶ່ງ​​ໃນ​ແລວ​​​ຂົນ​ສົ່ງພາກ​ພື້ນ​ທີ່ເຊື່ອມ​ຕໍ່ ມຽນ​ມ້າ, ໄທ, ລາວ ແລະ ຫວຽດ​ນາມ; ກໍ່​ຄື​ ​ໜູນຊ່ວຍ 247 ລ້ານ​ເຢນ (2,32 ລ້ານໂດ​ລາ​ສະ​ຫະ​ລັດ) ເພື່ອ​​ໃຫ້ບັນ​ດາ​ພົນ​ລະ​ເມືອງ​ລາວ​ ຮ່ຳ​ຮຽນ ຢູ່​ຢີ​ປຸ່ນ.

ຂ່າວ/ບົດ​ອື່ນ