ລາວ ມອບຫຼຽນໄຊໃຫ້ ຫົວໜ້າຜູ້ຕ່າງໜ້າສຳນັກຂ່າວສານຫວຽດນາມ ປະຈຳລາວ
ມີ້ບິ່່ງ, VOV ປະຈຳລາວ -  
(ພິທີປະດັບຫຼຽນໄຊ ຊັ້ນ 2 ໃຫ້ແກ່ທ່ານ ຮ່ວາງແທງເຈືອງ,
ຫົວໜ້າຜູ້ຕ່າງໜ້າສຳນັກຂ່າວສານຫວຽດນາມ ປະຈຳລາວ)
(vovworld) – ຕອນຄໍ່າວັນທີ 23/01, ຢູ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຈັດຕັ້ງພິທີປະດັບຫຼຽນໄຊ ຊັ້ນ 2 ໃຫ້ແກ່ທ່ານ ຮ່ວາງແທງເຈືອງ, ຫົວໜ້າຜູ້ຕ່າງໜ້າສຳນັກຂ່າວສານຫວຽດນາມ ປະຈຳລາວ ຍ້ອນໄດ້ມີການປະກອບສ່ວນໃນອາຍຸການປະຕິບັດງານຢູ່ລາວ ແຕ່ປີ 2010 – 2014.
ກ່າວຄຳເຫັນທີ່ພິທີ, ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ ຮ່ວາງແທງເຈືອງ ໃນວຽກງານໂຄສະນາການພົວພັນລະຫວ່າງ 2 ປະເທດ, ທ່ານໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ທ່ານ ຮ່ວາງແທງເຈືອງ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງ ໃນການໂຄສະນາຂໍ້ມູນຂ່າວກ່ຽວກັບບັນດາເຫດການຢູ່ລາວ ກໍ່ຄືໃຫ້ຂ່າວກ່ຽວກັບປະເທດຊາດ ແລະ ຊາວລາວເຖິງເພື່ອນມິດຫວຽດນາມ ກໍ່ຄືຢູ່ໃນໂລກ.
ສ່ວນທ່ານ ຮ່ວາງແທງເຈືອງ ສະແດງຄວາມພາກພູມໃຈເນື່ອໄດ້ຮັບຫຼຽນໄລອັນສູງສົ່ງຂອງລັດລາວ, ທ່ານໃຫ້ຮູ້ວ່າ, ຫຼຽນໄຊອັນສູງສົ່ງນີ້, ນີ້ບໍ່ພຽງແຕ່ຄວາມເປັນກຽດຂອງຂ້າພະເຈົ້າເທົ່ານັ້ນ ຫາກແມ່ຄວາມເປັນກຽດລວມຂອງຖັນແຖວນັກຂ່າວສານຫວຽດນາມ ປະຈຳລາວອີກດ້ວຍ.
ມີ້ບິ່່ງ, VOV ປະຈຳລາວ