ວົງການນັກສືບລາຊະການລັບໄທຖືກຕຳໜິຕິຕຽນຍ້ອນບໍ່ສາມາດສະກັດກັ້ນບັນດາເຫດວາງສະເບີດໄດ້

(VOVWORLD) -ວຽກງານເກັບກຳຂໍ້ມູນຂ່າວສືບລາຊະການລັບຂອງບັນດາອົງການລັດຖະບານ ຢູ່ເຂດຊາຍແດນທາງພາກໃຕ້ຂອງໄທ ໃນຮອບເວລາ 10 ປີມານີ້ບໍ່ໄດ້ດຳເນີນຢ່າງຄົບຖ້ວນ

ວົງການນັກສືບລາຊະການລັບໄທຖືກຕຳໜິຕິຕຽນຍ້ອນບໍ່ສາມາດສະກັດກັ້ນບັນດາເຫດວາງສະເບີດໄດ້ - ảnh 1ເຫດວາງລະເບີດທີ່ເກີດຂຶ້ນຫຼາຍຄັ້ງຢູ່ ບາງກອກ

(ພາບ: AFP/TTXVN)

ວັນທີ 08 ສິງຫາ, ທ່ານຮອງນາຍົກລັດຖະມົນຕີໄທ ປຣະວິດ ວົງສຸວັນ ໄດ້ຕຳໜິຕິຕຽນບັນດາກົມກອງສືບລາຊະການລັບຂອງລັດຖະບານທີ່ຕັ້ງກຳລັງຢູ່ບັນດາເຂດຊາຍແດນທາງທິດໃຕ້ຂອງປະເທດນີ້ ຍ້ອນບໍ່ສາມາດສະກັດກັ້ນເຫດວາງລະເບີດທີ່ເກີດຂຶ້ນຫຼາຍຄັ້ງຢູ່ ບາງກອກ ແລະ ຢູ່ຫຼາຍນະຄອນໃນໄລຍະ 1 ທົດສະວັດຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມນະໂຍບາຍຢູ່ຊານນະຄອນທາງທິດເໜືອບາງກອກ, ທ່ານຮອງນາຍົກລັດຖະມົນຕີ ປຣະວິດ ວົງສຸວັນ ຖືວ່າ, ວຽກງານເກັບກຳຂໍ້ມູນຂ່າວສືບລາຊະການລັບຂອງບັນດາອົງການລັດຖະບານ ຢູ່ເຂດຊາຍແດນທາງພາກໃຕ້ຂອງໄທ ໃນຮອບເວລາ 10 ປີມານີ້ບໍ່ໄດ້ດຳເນີນຢ່າງຄົບຖ້ວນ ເພື່ອສາມາດສະກັດກັ້ນບັນດາເປົ້າໝາຍຖືກສົງໄສວ່າປະຕິບັດບັນດາເຫດບຸກໂຈມຕີ. ທ່ານ ປຣະວິດ ວົງສຸວັນ ໄດ້ຮຽກຮ້ອງໃຫ້ບັນດາແຂວງທາງພາກໃຕ້ຂອງປະເທດນີ້ລວມມີຢະລາ, ນະລາທິວາດ ແລະ ປັດຕະນີ ເພີ່ມທະວີລັກສະນະປະສິດທິຜົນຂອງບັນດາການເຄື່ອນໄຫວສືບລາຊະການລັບໃນເຂດ ເພື່ອຕິດຕາມ ແລະ ຄົ້ນພົບບັນດາການເຄື່ອນໄຫວຂອງບັນດາເປົ້າໝາຍຖືກລະແວງສົງໄສຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ