ວົງການເຈົ້າໜ້າທີ່ການທະຫານລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 19/02, ບັນດາເຈົ້າໜ້າທີ່ລັດເຊຍ ແລະ ອາເມລິກາ ໄດ້ຈັດກອງປະຊຸມຢູ່ເຊີແນວ, ປະເທດສະວິດ ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງທີ່ຖືກໂຈະໄວ້ຢູ່ຊີຣີ, ການພົບປະລະຫວ່າງບັນດາເຈົ້າໜ້າທີ່ການທະຫານ ແລະ ການທູດນີ້ ແມ່ນເພື່ອແນໃສ່ເປີດຊ່ອງທາງໃຫ້ກອງປະຊຸມທີ່ກວ້າງໃຫຍ່ກວ່າຂອງບັນດາປະເທດຂຶ້ນກັບ “ກຸ່ມສາກົນສະໜັບສະໜູນຊີຣີ”. ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ຊີ້ແຈ້ງວ່າ, ລັດເຊຍ ແລະ ອາເມລິກາ ພວມຈັດຕັ້ງບັນດາການທາບທາມຄວາມເຫັນຂັ້ນນັກວິຊາການກ່ຽວກັບບັນດາບັນຫາຈະຕ້ອງໄດ້ຮັບຮອງເອົາທີ່ກອງປະຊຸມຂອງ “ກຸ່ມສາກົນສະໜັບສະໜູນຊີຣີ”. ຕາມທ່ານນາງແລ້ວ, ຍັງບໍ່ທັນກຳນົດຈຸດເວລາເພື່ອຈັດຕັ້ງກອງປະຊຸມເປີດກວ້າງນີ້. ໃນຂະນະນັ້ນ, ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ຍອມຮັບວ່າ, ຈຸດເວລາເພື່ອເລີ່ມເຄື່ອນໄຫວບັນດາການເຈລະຈາສັນຕິພາບຢູ່ຊີຣີ ໃນວັນທີ 25/02 ຈະມາເຖິງແມ່ນບໍ່ສາມາດເປັນໄປໄດ້.