ວົງ​ການ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ, ຟ​ີ​ລິບ​ປິນ ແລະ ອົດ​ສະ​ຕາ​ລີ ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

(VOVWORLD) - ບັນດາເຈົ້າໜ້າທີ່ຂອງ ຍີ່ປຸ່ນ ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຟີລິບປິນ ແລະ ອົດສະຕາລີ ໂດຍຕ່າງຫາກ ກ່ຽວກັບບັນດາບັນຫາໃນສາຍພົວພັນສອງຝ່າຍ ແລະ ຄວາມປອດໄພ, ຄວາມໝັ້ນຄົງໃນພາກພື້ນ.
ວົງ​ການ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ, ຟ​ີ​ລິບ​ປິນ ແລະ ອົດ​ສະ​ຕາ​ລີ ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ - ảnh 1ກ່ຳປັ່ນລາດຕະເວນຂອງ ຈີນ ຢູ່ທະເລຕາ ຮວາຕຸງ (ພາບ: AFP/TTXVN)

ໃນການໂອ້ລົມທາງໂທລະສັບໃນວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໄດ້ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Suga ໄດ້ຄັດຄ້ານທຸກການກະທຳພຽງລຳພັງຝ່າຍດຽວ ເພື່ອແນໃສ່ປ່ຽນສະພາບການຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພ້ອມທັງ ແບ່ງປັນກ່ຽວກັບຄວາມວິຕົກກັງວົນຢ່າງເລິກເຊິ່ງສຳລັບບັນດາການກະທຳຫວ່າງມໍ່ໆມານີ້ຂອງ ຈີນ, ລວມທັງການປະຕິບັດກົດໝາຍວ່າດ້ວຍຕຳຫຼວດທະເລ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ກໍໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອົດສະຕາລີ Peter Dutton, ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ແລະ ບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ.

        ສອງຝ່າຍໄດ້ເຫັນດີຕັ້ງໜ້າຮ່ວມມືກັນໃນດ້ານປ້ອງກັນຊາດລະຫວ່າງສາມຝ່າຍ ກັບ ອາເມລິກາ ກໍຄືບັນດາຄູ່ຮ່ວມມືອື່ນ ເພື່ອແນໃສ່ຮັກສາ ແລະ ປັບປຸງພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ, ເປີດກວ້າງ, ປອດໄພ, ກວມລວມ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ