ວົງເງິນສົ່ງອອກສິນຄ້າໃນ 4 ເດືອນຕົ້ນປີເພີ່ມຂຶ້ນເກືອບ 17%

ວົງເງິນສົ່ງອອກສິນຄ້າໃນ 4 ເດືອນຕົ້ນປີເພີ່ມຂຶ້ນເກືອບ 17% - ảnh 1
(ພາບປະກອບ)
(vovworld) - ​​ ​ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ທົ່ວປະ​ເທດ​ໃນ​ເດືອນ 4 ຄາດ​ວ່າ​ບັນລຸ​ 9,7 ຕື້ USD, ​ເພີ່ມ​ຂຶ້ນ 9,1% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນຂອງ​ປີ 2012, ​ໃນ​ນັ້ນ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ວົງ​​ເງິນ​ສົ່ງ​ອອກ​ໂທລະສັບ ​ແລະ ​ເຄື່ອງ​ອາ​ໄຫຼ່​ບັນລຸ 5,8 ຕື້ USD, ​ເພີ່ມ​ຂຶ້ນ 92,3% ​ເມື່ອ​ທຽບ​ໃສ່ໄລຍະ​ດຽວ​ກັນຂອງ​ປີ 2012. ນອກຈາກ​ນັ້ນ, ບັນດາ​ຜະລິດ​ຕະພັນ​ອື່ນ​ທີ່​ມີ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ​ໃນ​ເດືອນ 4 ​ນັ້ນ​​ແມ່ນ ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບບັນລຸ 5,1 ຕື້ USD, ​ເພີ່ມຂຶ້ນ 20,3%, ຫິນ​ມະນີ, ​ໂລຫະ​ທີ່​ຫາ​ຍາກ ​ແລະ ຜະລິດ​ຕະພັນ​ບັນລຸ 694 ລ້ານ USD, ​ເພີ່ມ​ຂຶ້ນ 342,7%.

        ຕາມ​ກົມ​ໃຫຍ່​ສະ​ຖິຕິ​ແລ້ວ, ​ໄລ່​ລວມ 4 ​ເດືອນຕົ້ນ​ປີ 2013, ວົງ​ເງິນ​​ສົ່ງ​ອອກສິນຄ້າຂອງ​ທົ່ວ​ປະ​ເທດ​ບັນລຸ​​ເກືອບ 40 ຕື້ USD, ​ເພີ່ມ​ຂຶ້ນ 16,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2012. ​ເພື່ອສືບ​ຕໍ່​ຊຸກຍູ້​ການ​ສົ່ງ​ອອກ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ອຸດສາຫະກຳ​ການ​ຄ້າ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກຍູ້ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ອຸດສາຫະກຳ ​ແລະ ອຸດສາຫະກຳ​ສຳຮອງ, ຫັນ​ລະບຽບ​ການ​ດ້ານ​ບໍລິຫານ​​ໃນ​ການສະໜອງ​ໃບ​ຢັ້ງຢືນ​ບ່ອນ​ຜະລິດ (C/O) ​ເປັນ​ງ່າຍ​ດາຍ. ພ້ອມ​ທັງ​ເປີດ​ກວ້າ​ງຕະຫຼາດ​ສົ່ງອອກ, ກະຊວງ​ຈະ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຄາດ​ຄະ​ເນ​ຕະຫຼາດ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ; ​ເຜີ​ຍແຜ່ບັນດາ​ຂໍ້​ມູນ​ຕະຫຼາດ​ໃຫ້​ແກ່​ວິ​ສາ​ຫະກິດຢ່າງ​ທັນ​ການ ​ແລະ ກ້ວາງ​ຂວາງ​; ບັນດາ​ຂະ​ແໜງ​ກ່ຽວຂ້ອງ​ຍູ້ແຮງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຢູ່ເສັ້ນ​ຊາຍ​ແດນ, ​ແກ້​ໄຂ​ຂໍ້​ຕິດ​ຂັດ​ທີ່​ເກີດ​ຂຶ້ນຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ