ວັດ ເຈິ່ນກ໊ວກ ໄດ້ຮັບການຄັດເລືອກແມ່ນ 1 ໃນຈໍານວນວັດ 10 ແຫ່ງງາມທີ່ສຸດໃນໂລກ

(VOVWORLD) -ວັດເຈິ່ນກ໊ວກ ຢືນອັນດັບທີ 3 ໃນ ຈໍານວນວັດ 10 ແຫ່ງ ທີ່ມີທິວທັດທໍາມະຊາດສວຍງາມ.
ວັດ ເຈິ່ນກ໊ວກ ໄດ້ຮັບການຄັດເລືອກແມ່ນ 1 ໃນຈໍານວນວັດ 10 ແຫ່ງງາມທີ່ສຸດໃນໂລກ - ảnh 1ວັດເຈິ່ນກ໊ວກ 

ວັດເຈິ່ນກ໊ວກ ຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ ເຄີຍຖືກເວັບໄຊສະເພາະການທ່ອງທ່ຽວ wanderlust.co.uk ຂອງອັງກິດ ຄັດເລືອກວ່າ ແມ່ນ 1 ໃນຈໍານວນວັດ 10 ແຫ່ງ ງາມທີ່ສຸດຢູ່ໃນໂລກ. ຕາມຕາຕະລາງຈັດອັນດັບຂອງ ເວັບໄຊດັ່ງກ່າວແລ້ວ, ວັດເຈິ່ນກ໊ວກ ຢືນອັນດັບທີ 3 ໃນ ຈໍານວນວັດ 10 ແຫ່ງ ທີ່ມີທິວທັດທໍາມະຊາດສວຍງາມ. ເມື່ອແນະນໍາກ່ຽວກັບວັດ ເຈິ່ນກ໊ວກ, ເວັບໄຊດັ່ງກ່າວຂຽນວ່າ: “ ໂດຍຕັ້ງຢູ່ແຫຼມນ້ອຍໜຶ່ງຢູ່ທາງທິດຕາເວັນອອກຂອງໂຮ່ເຕີຍ, ເຈິ່ນກ໊ວກ ແມ່ນວັດທີ່ເກົ່າແກ່ທີ່ສຸດຂອງຮ່າໂນ້ຍ. ວັດດັ່ງກ່າວມີອາຍຸກວ່າ 1.500 ປີ ແລະ ຫວ່າງມໍ່ໆມານີ້ ໄດ້ຮັບການຄັດເລືອກວ່າ ແມ່ນໜຶ່ງໃນບັນດາວັດທີ່ງາມທີ່ສຸດຢູ່ໃນໂລກ. ທິວທັດທໍາມະຊາດຂອງໜອງນໍ້າໄດ້ສ້າງຄວາມດູດດື່ມໃຫ້ແກ່ວັດແຫ່ງນີ້.... ”.

        ຕາມເວັບໄຊດັ່ງກ່າວນີ້ແລ້ວ, ວັດທີ່ມີຄວາມສວຍງາມ ແມ່ນວັດທີ່ມີຄວາມກົມກຽວກັບສະພາບແວດລ້ອມອ້ອມຂ້າງ, ເຖິງວ່າຈະຢູ່ເຂດຕົວເມືອງຫຼືພູຜາປ່າໄມ້ກໍຕາມ. ຖ້າຫາກວັດທີ່ໃຫຍ່ໂຕໂອຖົງ ແຕ່ຂາດທິວທັດທໍາມະຊາດ, ບໍ່ມີປະຫວັດສາດຄວາມເປັນມາທີ່ຍາວນານ ກໍບໍ່ສາມາດລອດເຂົ້າໄປຢູ່ໃນບັນຊີຄັດເລືອກນີ້ໄດ້. 

ຕອບກັບ

ຂ່າວ/ບົດ​ອື່ນ