ຜູ້ຕາງຫນ້າ VOV ຢູ່ພາກກາງມອບ 400 ລ້ານດົ່ງໃຫ້ຊາວປະມົງ
|
(vovworld) - ວັນທີ 1/6 ຢູ່ທ່າກຳປັ່ນ ຊາຮີ່ງ(Sa Huynh) ຕາແສງ ໂຝແທ້ງ(Pho Thanh) ເມືອງ Duc Pho ແຂວງ ກວ໋າງຫງາຍ, ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບກອງທຶນຫນູນຊ່ວຍຊາວປະມົງແຂວງ ກວ໋າງຫງາຍ ມອບຈຳນວນເງິນ 400 ລ້ານດົ່ງໃຫ້ແກ່ຊາວປະມົງ ຫງວຽນຢີນາມ ຢູ່ຕາແສງດັ່ງກ່າວ ເພື່ອຕໍ່ກຳປັ່ນຫາປ່າລຳໃຫມ່. ນີ້ແມ່ນຈຳນວນເງິນໂດຍບັນດາຫົວຫນ່ວຍ, ສ່ວນບຸກຄົນຜູ້ໃຈບຸນໃຈກຸສົນຫນູນຊ່ວຍຊາວປະມົງ ຫງວຽນຢີນາມ ທີ່ຖືກເຄາະຮ້າຍບົນທະເລ. ເມື່ອໄດ້ຮັບເງິນຈາກຜູ້ຕາງຫນ້າວິທະຍຸກະຈາຍສຽງຫວຽດນາມມອບໃຫ້, ຊາວປະມົງ ຫງວຽນຢີນາມ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ພາຍຫລັງໄດ້ຮັບເງິນຫນູນຊ່ວຍ 400 ລ້ານດົ່ງຈາກວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຂໍຂອບອົກຂອບໃຈຢ່າງຈິງໃຈ. ພວກຂ້າພະເຈົ້າໝັ້ນໝາຍຈະຕໍ່ກຳປັ່ນລຳໃຫມ່ສຳເລັດໂດຍໄວເພື່ອອອກຝັ່ງຫາປາ, ຮັກສາທະເລໝູ່ເກາະຂອງບ້ານເກີດເມືອງນອນ.”