(vovworld) – ຕອນເຊົ້າວັນທີ 6/9, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງສະເຫຼີມສະຫຼອງວັນຈັດຕັ້ງຄົບຮອບ 68 ປີ, ປຸກລະດົມຂະບວນການແຂ່ງຂັນຂຳ່ນັບຮັບຕ້ອນ 70 ປີແຫ່ງວັນສ້າງຕັ້ງ, ມອບຫຼຽນໄຊ ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ພວມມີການພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ, ສືບຕໍ່ແມ່ນໜຶ່ງໃນບັນດາອົງການສື່ມວນຊົນປະຕິວັດທີ່ສຳຄັນຂອງພັກ ແລະ ລັດ ຫວຽດນາມ. ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ, ກ່າວວ່າ:
“ໃນຕະຫຼອດວິວັດການສ້າງຕັ້ງ ແລະ ຂະຫຍາຍຕົວ, ຜ່ານ 68 ປີທີ່ຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ແມ່ນໝູ່ຄະນະມີຄວາມສາມັກຄີ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສົມເປັນເຄື່ອງມືທີ່ດີຂອງພັກ ແລະ ລັດ, ແມ່ນເພື່ອນຜູ້ໃກ້ຊິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ບັນດາການນຳ, ພະນັກງານ, ລັດຖະກອນລຸ່ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມ, ສືບຕໍ່ປ່ຽນແປງໃໝ່, ເພື່ອເຮັດໃຫ້ສຽງເວົ້າ ຫວຽດນາມ ເຂັ້ມຂົ້ນຕື່ມອີກໃນໄລຍະໃໝ່”