ວັນ​ທີ 12 ເມ​ສາ, ​ຈຳ​ນວນ​ຜູ້​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຫຼາຍ​ທົບ 9 ເທົ່າ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ລາຍ​ໃໝ່

(VOVWORLD) -ໃນວັນທີ 12 ເມສາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີຕື່ມອີກກວ່າ 202.000 ຄົນ, ເຊິ່ງຫຼາຍທົບ 9 ເທົ່າຈຳນວນຜູ້ຕິດເຊື້ອລາຍໃໝ່. 
ວັນ​ທີ 12 ເມ​ສາ, ​ຈຳ​ນວນ​ຜູ້​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຫຼາຍ​ທົບ 9 ເທົ່າ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ລາຍ​ໃໝ່ - ảnh 1(ພາບປະກອບ: VOV)

ນັບແຕ່ເວລາ 16 ໂມງຂອງວັນທີ 11 ເມສາ ຫາເວລາ 16 ໂມງຂອງວັນທີ 12 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 22.804 ຄົນ ຢູ່ 63 ແຂວງ, ນະຄອນ. ໃນວັນດຽວກັນມີຜູ້ໄດ້ຮັບການປິ່ນປົວຫາຍດີຕື່ມອີກກວ່າ 202.000 ຄົນ, ເຊິ່ງຫຼາຍທົບ 9 ເທົ່າຈຳນວນຜູ້ຕິດເຊື້ອລາຍໃໝ່, ອັນໄດ້ຍົກຈຳນວນຜູ້ປິ່ນປົວຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 8.757.107 ຄົນ. ໃນ 24 ຊົ່ວໂມງຜ່ານມາມີຜູ້ເສຍຊີວິດ 29 ຄົນ.

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 208,6 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ