ວັນບຸນທ່ອງທ່ຽວ “ຄ່ຳຄືນລອຍກະໂທງນີງກ່ຽວ” - ຈຸດເດັ່ນຂອງການທ່ອງທ່ຽວເກີນເທີ

(VOVWORLD) - ວັນບຸນທ່ອງທ່ຽວ ຄ່ຳຄືນລອຍກະໂທງນີງກ່ຽວ - ເກີນເທີ” ຄັ້ງທີ 1 ປີ 2017 ຈະດຳເນີນຢູ່ ຂົວທາງຍ່າງ ຄາຍລວງ, ທ່າກ່ຳປັ່ນ ນີງກ່ຽວ, ແຕ່ວັນທີ 19 -21 ສິງຫາ ຢູ່ນະຄອນ ເກີນເທີ, ກົງກັບເຫດການກອງປະຊຸມສຸດຍອດ APEC ປີ 2017 ໄດ້ຮັບການຈັດຕັ້ງຢູ່ ເກີນເທີ.
ວັນບຸນທ່ອງທ່ຽວ “ຄ່ຳຄືນລອຍກະໂທງນີງກ່ຽວ” - ຈຸດເດັ່ນຂອງການທ່ອງທ່ຽວເກີນເທີ - ảnh 1 ທ່າກ່ຳປັ່ນ ນີງກ່ຽວ, ເກີນເທີ

ວັນບຸນເພື່ອແນໃສ່ເຊີດຊູ, ຢືນຢັນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວຂອງເມືອງ ນີງກ່ຽວ ດ້ວຍຈຸດທີ່ເປັນເອກະລັກສະເພາະເຂດທ່ອງທ່ຽວ “ແມ່ນ້ຳໃນຕົວເມືອງ”, ປະສົມກົມກຽວກັບທ່າອ່ຽງແຫ່ງການພັດທະນາການທ່ອງທ່ຽວລວມຂອບນະຄອນ ເກີນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໃນຂອງເຂດວັນບຸນມີການເຄື່ອນໄຫວທີ່ເປັນເອກະລັກສະເພາະ, ດຶງດູດຫຼາຍຢ່າງ… ຄາດວ່າ, ເຫດການຈະດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຢາມ ເກີນເທີ ໃນເດືອນ ສິງຫາ ປີ 2017 ນັບເປັນສອງ - ສາມພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ