(ພາບປະກອບອິນເຕີແນດ)
(vovworld) - ສະເຫຼີມສະຫຼອງວັນສາກົນຜູ້ອາຍຸສູງ ແລະ ຕອບສະໜອງ “ເດືອນກະທຳເພື່ອຜູ້ອາຍຸສູງຫວຽດນາມ“. ຕອນເຊົ້າວັນທີ 1/10, ຢູ່ ຮ່າໂນ້ຍ ໄດ້ໄຂ “ ວັນບຸນວັດທະນະທຳ - ກິລາຜູ້ອາຍຸສູງຫວຽດນາມ 2015“. ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງ. ທ່ານ ໂງຈ້ອງວິ້ງ, ຮອງປະທານສະມາຄົມຜູ້ອາຍຸສູງຫວຽດນາມ, ໃຫ້ຮູ້ວ່າ:
“ພວກເຮົາຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ສຳຄັນນີ້, ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳຂອງຜູ້ອາຍຸສູງ. ນີ້ກໍ່ແມ່ນໂອກາດເພື່ອຊ່ວຍໃຫ້ຜູ້ອາຍຸສູງຍົກສູງຊີວິດທາງດ້ານຈິດໃຈ, ມີສຸຂະພາບເຂັ້ມແຂງ ແລະ ດຳລົງຊີວິດຢ່າງມີປະໂຫຍດ“.
ເຂົ້າຮ່ວມງານບຸນ, ປ້າ ຫງວຽນທິງາ, ອາຍຸ 60 ປີ, ຢູ່ແຂວງບັກນິງ, ແບ່ງປັນວ່າ:
“ວັນບຸນນີ້ແມ່ນມີປະໂຫຍດສຳລັບຜູ້ອາຍຸສູງ, ສ້າງເງື່ອນໄຂໃຫ້ພວກຂ້າພະເຈົ້າຍົກສູງສຸຂະພາບ ແລະ ພົບປະແລກປ່ຽນກັບບັນດາຜູ້ອາຍຸສູງຢູ່ທ້ອງຖີ່ນຕ່າງໆ. ຂ້າພະເຈົ້າຫວັງວ່າ, ລັດຈະສ້າງເງື່ອນໄຂ ແລະ ຈັດການເຄື່ອນໄຫວທີ່ມີປະໂຫຍດຫຼາຍຢ່າງໃຫ້ແກ່ຜູ້ອາຍຸສູງຕື່ມອີກ“
ວັນບຸນວັດທະນະທຳ - ກິລາຜູ້ອາຍຸສູງຫວຽດນາມ ຈະດຳເນີນເຖິງວັນທີ 4/10.