ວັນບຸນແຈ້ງຕົ້ນກຳເນີດກາເຟ ເຊີນລາ ຢູ່ ຮ່າໂນ້ຍ

(VOVWORLD) -ຕອນຄ່ຳວັນທີ 23 ສິງຫາ ຢູ່ ຮ່າໂນ້ຍ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຊີນລາ ສົມທົບກັບ ສູນພັດທະນາຊົນນະບົດ, ສະມາຄົມ ກາເຟ ແຂວງ ເຊີນລາ 

ແລະ ບັນດາວິສາຫະກິດສະມາຊິກ ຈັດຕັ້ງພິທີປະກາດ ຫນັງສືຮັບປະກັນຕົ້ນກຳເນີດຂອງກາເຟ ເຊີນລາ ຢູ່ ຮ່າໂນ້ຍ ແລະ “ວັນບຸນແຈ້ງຕົ້ນກຳເນີດ ກາເຟ ເຊີນລາ ຢູ່ ຮ່າໂນ້ຍ”, ເພື່ອແນໃສ່ນຳຜະລິດຕະພັນ ກາເຟ ເຊີນລາ ທີ່ມີຊື່ສຽງ, ມີລົດຊາດເປັນເອກະລັກສະເພາະຂອງ ເຂດໄຕບັກ (ໝາຍເຖິງຕາເວັນຕົກສຽງເຫນືອ) ມາໃຫ້ຜູ້ອຸປະໂພກນະຄອນຫລວງ ແລະ ຄູ່ຄ້າພາຍໃນປະເທດ.

“ວັນບຸນແຈ້ງຕົ້ນກຳເນີດກາເຟ ເຊີນລາ - ເຕົ້າໂຮມສີສັນທຳມະຊາດ ແລະ ວັດທະນະທຳທີ່ເປັນມູນເຊື້ອ” ແມ່ນໄດ້ແນະນຳຜະລິດຕະພັນກາເຟຂອງບັນດາວິສາຫະກິດ. ພ້ອມກັນນັ້ນ ບັນດາວິສາຫກິດຂອງແຂວງ ເຊີນລາ ຍັງໄດ້ຈັດຕັ້ງເຂດວາງສະແດງ ແລະ ໃຫ້ຜູ້ມາຊົມໄດ້ຊີມຜະລິດຕະພັນກາເຟທີ່ມີລົດຊາດຂອງ ເຊີນລາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ