ວັນສິ່ງແວດລ້ອມໂລກ: ສະຫະປະຊາຊາດຮຽກຮ້ອງຈຳກັດການນຳໃຊ້ຖົງຢາງຢ່າງເຂັ້ມງວດ

(VOVWORLD) -ຕາມບົດລາຍງານຂອງສະຫະປະຊາຊາດທີ່ໄດ້ປະກາດ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ (05 ມິຖຸນາ), ເຖິງວ່າຄຳສັ່ງຫ້າມນຳໃຊ້ຖົງຢາງ ໂດຍລັດຖະບານບັນດາປະເທດປະກາດໃຊ້ມີປະສິດທິຜົນໃນການຫຼຸດຜ່ອນສິ່ງເສດເຫຼືອປະເພດດັ່ງກ່າວກໍ່ຕາມ, ແຕ່ເຖິງຢ່າງໃດກໍ່ຕາມ ເລື່ອງປະຕິບັດຂໍ້ກຳນົດບໍ່ເຂັ້ມງວດຂະເຮັດໃຫ້ຫຼາຍຄຳສັ່ງຫ້າມບໍ່ມີຄຸນປະໂຫຍດ.
ວັນສິ່ງແວດລ້ອມໂລກ: ສະຫະປະຊາຊາດຮຽກຮ້ອງຈຳກັດການນຳໃຊ້ຖົງຢາງຢ່າງເຂັ້ມງວດ - ảnh 1(ພາບປະກອບ: AFP/TTXVN)

ບົດລາຍງານໃຫ້ຮູ້ວ່າ, ບັນດາຂໍ້ກຳນົດກ່ຽວກັບການຈຳກັດການນຳໃຊ້ຖົງຢາງນີ້ລົງ ໄດ້ຊ່ວຍຫຼຸດຜ່ອນການນຳໃຊ້ຖົງຢາງດັ່ງກ່າວຢູ່ຫຼາຍບ່ອນໃນໂລກຄື: Maroc, Rwanda ແລະ ຢູ່ບາງເຂດໃນປະເທດຈີນ.

      ກໍ່ຕາມບົດລາຍງານຂອງສະຫະປະຊາຊາດແລ້ວ, ເພື່ອເພີ່ມທະວີປະສິດທິຜົນຂອງບັນດາຄຳສັ່ງຫ້າມນຳໃຊ້ຜິດຕະພັນຢາງ ຄວນໄດ້ປະຕິບັດຫຼາຍມາດຕະການ ຈາກການສົ່ງເສີມບັນດາວິສາຫະກິດເພີ່ມທະວີການຮ່ວມມືເພື່ອລົບລ້າງການນຳໃຊ້ຜະລິດຕະພັນຢາງ ຕະຫຼອດຮອດການສົ່ງເສີມຜູ້ບໍລິໂພກ, ອຸປະໂພກບໍ່ນຳໃຊ້ວັດສະດຸປະເພດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ