ວິສາຫະກິດຝລັ່ງຢາກເປີດກວ້າງການລົງທຶນຢູ່ຫວຽດນາມ

ວິສາຫະກິດຝລັ່ງຢາກເປີດກວ້າງການລົງທຶນຢູ່ຫວຽດນາມ - ảnh 1
ຄະ​ນະ​ນັກ​ທຸ​ລະ​ກິດຝ​ລັ່ງ​ຢ້ຽມ​ຢາມຫວຽດ​ນາມ
ພາບ:tgvn.com

(vovworld)-​ ທີ່​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເມື່ອ​ຕອນ​ບ່າຍ​ວັນ​ທີ 2/12, ຜູ້​ຕາງ​ຫນ້າ​ຄະ​ນະ​ນັກ​ທຸ​ລະ​ກິດ ຝ​ລັ່ງ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ​ອ້ນ​ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ນັບ​ມື້​ນັບ​ສະ​ດວກ, ເປີດກວ້າງ​ຕະ​ຫລາດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ກາ​ລະ​ໂອ​ກາດ​ຂອງ​ຕະ​ຫລາດ​ຫວຽດ​ນາມ ຂ​ະ​ນະ​ທີ່​ພວມ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫລາຍ​ສະ​ບັບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​, ປະ​ເທດ​ຕ່າງໆ. ບັນ​ດາ​ວິ​ສາ​ຫະ​ກິດ ຝ​ລັ່ງ ປາດ​ຖະ​ຫນາ​ຢາກ​ຜັນ​ຂະ​ຫຍາຍ​ບາງ​ໂຄງ​ການ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່, ປຸງ​ແຕ່ງ​ອຸດ​ສາ​ຫະ​ກຳ​ຫນັກ, ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ, ທະ​ນາ​ຄານ ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຢືນ​ຢັນ: ລັດ​ຖະ​ບານ​ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ມາ​ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮ່​ວາງ​ຈູງ​ຫາຍ ໃຫ້​ຮູ້​ວ່າ: ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບັນ​ດາ​ວິ​ສາ​ຫະ​ກິດ ຝ​ລັ່ງ ສາ​ມາດ​ສືບ​ຕໍ່​ເຮັດ​ວຽກ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ອົງ​ການ​ຄຸ້ມ​ຄອງ​ຂອງ​ຫວຽດ​ນາມ ເພື່ອ​ໄດ້​ຮັບ​ການແກ​້​ໄຂ.

ຂ່າວ/ບົດ​ອື່ນ