ວິສາຫະກິດຮ່ວມເດີນທາງກັບກົງຈັກບໍລິຫານຜ່ານຜ່າຄວາມຫຍຸ້ງຍາກ

ວິສາຫະກິດຮ່ວມເດີນທາງກັບກົງຈັກບໍລິຫານຜ່ານຜ່າຄວາມຫຍຸ້ງຍາກ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ​
ພາບ:vov.vn


(vovworld)-ຕອນ​ເຊົ້າ​ວັນ​ທີ 28/6, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາ,​ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນດາ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ​ຂະ​ແຫນງ​ອາຊີບ ​ເພື່ອ​ແກ້​ໄຂ​ຂໍ້​ຕັດ​ຂັດ​ກ່ຽວ​ກັບ​ກົນ​ໄກ, ປຸກລຸກ​ຈິດ​ໃຈດຳ​ເນີນ​ທຸລະ​ກິດ, ທຳ​ການ​ຜະລິດ, ປະກອບສ່ວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ໃນ​ສະພາບ​ການ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ​ໃນ​ສະພາບ​ການ​ຫຍຸ້ງຍາກ​ປະຈຸ​ບັນ ຄວນ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ຮ່ວມ​ເດີນທາງ​ລະຫວ່າງ​ວິ​ສາ​ຫະກິດ ກັບ​ກົງຈັກ​ບໍລິຫານ, ຟື້ນ​ຕົວ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ສ້າງ​ພື້ນຖານ​ເສດຖະກິດ​ເຂັ້ມ​ແຂງ.

 

 

ຂ່າວ/ບົດ​ອື່ນ