ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 19/1, ຢູ່ຮ່າໂນ້ຍ, ວາລະສານກອມມູນິດ (ອົງການທິດສະດີ ແລະ ການເມືອງຂອງສູນກາງພັກກອມມູນິດ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2014, ຜັນຂະຫຍາຍໜ້າທີ່ປີ 2015. ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ສະເໜີປີ 2015 ວາລະສານກອມມູນິດ ສືບຕໍປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍ, ທັດສະນະຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດເພື່ອໂຄສະນາເຜີຍແຜ່, ສຶກສາ, ນຳມະຕິເຂົ້າສູ່ຊີວິດ:
“ຄວນສ້າງແຜນການເຄື່ອນໄຫວຂອງວາລະສານກອມມູນິດຕາມທິດຈັດຕັ້ງການໂຄສະນາ, ເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກຢ່າງມີລະບົບ. ເພີ່ມທະວີບັນດາບົດຂຽນຕົວຈິງ, ສືບສວນ, ຄົ້ນຄ້ວາ, ແລກປ່ຽນບັນດາຄຳເຫັນທີ່ຍັງມີຄວາມເຫັນແຕກຕ່າງກັນເພື່ອບັນລຸໄດ້ຄວາມເປັນເອກະພາບໃນສະຕິຮັບຮູ້ ແລະ ການກະທຳ, ເຮັດໃຫ້ໂຄງການການເມືອງ, ແນວທາງຂອງພັກກະຈ່າງແຈ້ງ ແລະ ເລິກເຊິ່ງ, ລະອຽດ.”
ທ່ານ ເລຮົ່ງເອງ ສະເໜີໃຫ້ວາລະສານກອມມູນິດ ສ້າງການພົວພັນມິດຕະພາບ ແລະ ຮ່ວມມືກັບບັນດາອົງການທິດສະດີການເມືອງ, ປະກອບສ່ວນຍົກສູງຄຸນນະພາບວຽກງານທິດສະດີການເມືອງຂອງພັກ.