ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ) |
(vovworld) – ຕອນເຊົ້າວັນທີ 9/1, ຢູ່ຮ່າໂນ້ຍ, ຄະນະຊີ້ນຳປະຕິຮູບຕຸລາການສູນກາງໄດ້ຈັດຕັ້ງສະຫລຸບການເຄື່ອນໄຫວປີ 2015, ຜັນຂະຫຍາຍວຽກງານປີ 2016. ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳປະຕິຮູບຕຸລາການສູນກາງເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ວຽກງານປະຕິຮູບຕຸລາການໂດຍອຳນາດການປົກຄອງຈາກສູນກາງລົງຮອດທ້ອງມີຄວາມເອົາໃຈໃສ່ເປັນພິເສດ ແລະ ມີຄວາມຮັບຮູ້ກ່ຽວກັບອຳນາດຕຸລາການ ແລະ ລັດແຫ່ງອຳນາດນິຕິບັນຍັດໄດ້ຍົກສູງຂຶ້ນ. ໂດຍຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານປະເທດຖືວ່າ: ປີ 2016 ແມ່ນປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ພ້ອມທັງແມ່ນປີ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ, ດັ່ງນັ້ນ ວຽກງານປະຕິຮູບຕຸລາການຕ້ອງມະນາພະຍາຍາມຫຼາຍກ່ວາອີກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່:
“ໃນໄລຍະ 5 ປີຈະມາເຖິງ, ໄປຄຽງຄູ່ກັບບັນດາສິ່ງສະດວກແມ່ນບັນດາສິ່ງທ້າທາຍອັນໃຫຍ່ຫຼວງ, ຂະແໜງຕຸລາການຕ້ອງມານະພະຍາຍາມທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນເພື່ອໃຫ້ປະເທດຊາດພັດທະນາ. ປັດໄຈທີ່ຂາດບໍ່ໄດ້, ມີຄວາມໝາຍຕັດສິນຊີ້ຂາດແມ່ນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ໃນນັ້ນມີເນື້ອໃນກ່ຽວກັບຕຸລາການ ແລະ ປະຕິຮູບຕຸລາການ ດັ່ງນັ້ນຕ້ອງສືບຕໍ່ປະຕິບັດໃນປີ 2016 ເປັນຢ່າງດີ.”