ທ່ານນາຍົກລັດຖະມົນຕີ, ປະທານສະພາແຂ່ງ
ຂັນຍ້ອງຍໍສູນກາງ ຫງວຽນເຕິ້ນຢູງ
(ພາບ: TTXVN)
(vovworld) - ຕອນເຊົ້າ ວັນທີ 27/10 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ຫງວຽນເຕິ້ນຢູງ, ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງການທູດ ໄລຍະ 2011-2015. ທີ່ກອງປະຊຸມໃຫຍ່ຄັ້ງນີ້, ຂະແໜງການທູດສຸມໃສ່ປຶກສາຫາລືບັນດາທິດທາງໃຫຍ່ ແລະ ໜ້າທີ່ສຳຄັນ 5 ປີຈະມາເຖິງ, ໃນນັ້ນມີ ເລື່ອງສືບຕໍ່ປຸກລະດົມ, ຈັດຕັ້ງປະຕິບັດບັນດາຂະບວນການແຂ່ງຂັນໃຫ້ດີ ເພື່ອໃຫ້ສຳເລັດບັນດາໜ້າທີ່ເຊິ່ງພັກ ລັດມອບໝາຍໃຫ້. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ້ນຢູງ ຊີ້ແຈ້ງວ່າ:
“ວຽກງານແຂ່ງຂັນຕ້ອງຕິດພັນສະໜິດແໜ້ນກັບ ຄວາມມານະພະຍາຍາມສູ້ຊົນປະຕິບັດໜ້າທີ່ການເມືອງການຕ່າງປະເທດທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ, ທັງໝົດແມ່ນເພື່ອຜົນປະໂຫຍດຂອງຊາດ ແລະ ເພື່ອພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຕ້ອງເປັນເຈົ້າການ, ຕັ້ງໜ້າປະກອບສ່ວນສຳຄັນ ປະຕິບັດສຳເລັດໜ້າທີ່ແຖວໜ້າ ແມ່ນຮັກສາສະພາບແວດລ້ອມສັນຕິຕພາບ, ສະຖຽນລະພາບ, ຮ່ວມມືກັບບັນດາປະເທດ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງຕິດພັນຢ່າງສະໜິດແໜ້ນກັບ ການປົກປັກຮັກສາ ມີເອກະລາດ, ອະທິປະໄຕ, ເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດຢ່າງໝັ້ນຄົງ . ປະຕິບັດບັນດາມາດຕະການການເມືອງ-ການທູດໃນການແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນບົນພື້ນຖານກົດໝາຍສາກົນຢ່າງມີປະສິດທິຜົນ. ຍົກສູງນ້ຳໃຈສາມັກຄີສາກົນບົນພື້ນຖານສົນທິສັນຍາສະຫະປະຊາຊາດ, ກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ, ຜົນປະໂຫຍດອັນຊອບທຳຂອງກັນ, ສາມັກຄີສ້າງປະຊາຄົມອາຊຽນ ແລະ ປະຕິບັດຄວາມຮັບຜິດຊອບ ເຊິ່ງແມ່ນສະມາຊິກຕັ້ງໜ້າຂອງປະຊາຄົມສາກົນໃຫ້ດີ ”