ສິງກະໂປປະກາດເຂົ້າ ຮ່ວມສຳພັນທະມິດ ສາກົນຕ້ານ IS


ສິງກະໂປປະກາດເຂົ້າ ຮ່ວມສຳພັນທະມິດ ສາກົນຕ້ານ IS - ảnh 1
​ເຮືອບິນ​ສູ້​ຮົບ​ຂອງ​ສິງກະ​ໂປ

(ພາບ: Aircraftinformation)

(vovworld) –​​​​​​​​​ ວັນ​ທີ 3/11, ສິງກະ​ໂປ ປະກາດ​ຈະ​ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃຫ້​ແກ່​ສຳພັນ​ທະ​ມິດສາ​ກົນ ຊື່​ງປະຈຸ​ບັນ​ມີ 33 ປະ​ເທດ​ຕ້ານ​ກຳລັງ “ລັດ​ອິດ​ຊະລາ​ມ“ ອ້າງ​ຊື່​ເອງ (IS) ​ໂດ​ຍອາ​ເມ​ລິ​ກາ​ ນຳ​ໜ້າ​ແຕ່​ຈະ​ບໍ່​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສູ້​ຮົບ. ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ​ສິງກະ​ໂປ, ທ່ານ Ng Eng Hen ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ ​ໃຫ້​ຮູ້​ວ່າ: ກຳລັງ​ປະກອບ​ອາວຸດ​ສິງກະ​ໂປ ຈະ​ສົ່ງ​ນາຍ​ທະຫານ​ໄປ​ຍັງ​ກອງ​ບັນຊາ​ສູນ​ກາງ​ອາ​ເມ​ລິ​ກາ ​ແລະ ສຳນັກ​ບັນຊາ​ການສູ້​ຮົບຂອງ​ກຳລັງ​ທະຫານ​ປະສົມ, ປະຈຸ​ບັນ​ພວມ​ນຳ​ໜ້າ​ໃນ​ບັ້ນບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນດາ​ເປົ້າໝາຍ​ຂອງ IS ຢູ່​ອີຣັກ ​ແລະ ຊີຣີ.

  ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ຂອງ​ອຳນາດ​ການ​ປົກຄອງ​ເຂດ​ຊາວ​ເກີດ ທ່ານ Nouri Othman Sinjari ​ໃຫ້​ຮູ້​ວ່າ: ຊາວ​ເຜົ່າ​ສ່ວນ​ໜ້ອຍ Yazidi ປະມານ 230 ຄົນ ​ໄດ້​ປ່ອຍ​ຕົວ​ເປັນ​ອິດ​ສະຫລະ ພາຍຫຼັງ​ຖືກ​ບັນດາ​ມື​ປືນ IS ຈັບ​ຕົວ​ຄຸມ​ຂັງ​ເປັນ​ເວລາ​ຫຼາຍ​ເດືອນ ຊື່​ງ​ໃນ​ນັ້ນມີ​ແມ່ຍິງ​ປະມານ 150 ຄົນ ​ແລະ ​ເດັກນ້ອຍ​ຫຼາຍ​ຄົນ./.

ຂ່າວ/ບົດ​ອື່ນ