ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ຊ່ວຍ​ເຫຼືອ ມຽນ​ມາ​ ແກ້​ໄຂວິ​ກິດ​ການ​ດ້ານ​ການ​ເມືອງ

(VOVWORLD) -ໃນຖະແຫຼງການໜຶ່ງ, ທ່ານ Balakrishnan ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຢູ່ມຽນມາ ຈົ່ງລະງັບໃຈຢ່າງສຸດຂີດ ແລະ ນຳໃຊ້ບັນດາມາດຕະການຮີບດ່ວນເພື່ອແກ້ໄຂຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ.
 ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ຊ່ວຍ​ເຫຼືອ ມຽນ​ມາ​ ແກ້​ໄຂວິ​ກິດ​ການ​ດ້ານ​ການ​ເມືອງ - ảnh 1ພາບປະກອບ: THX/ TTXVN

ວັນທີ 18 ກຸມພາ, ກະຊວງການຕ່າງປະເທດ ສິງກະໂປ ໃຫ້ຮູ້ວ່າ ປະເທດນີ້ ແລະ ອິນໂດເນເຊຍ ສະໜັບສະໜູນການສະເໜີຈັດກການປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງຢ່າງແຮງ ເພື່ອແນໃສ່ຊ່ວຍ ມຽນມາ ແກ້ໄຂວິກິດການດ້ານການເມືອງຢູ່ປະເທດນີ້.

ຕາມກະຊວງການຕ່າງປະເທດ ສິງກະໂປ ແລ້ວ, ທ່ານລັດຖະມົນຕີ Vivian Balakrishnan ແລະ ທ່ານ Retno Marsudi ຄູ່ຮ່ວມຕຳແໜ່ງ ອິນໂດເນເຊຍ ທີ່ພວມມີການຢ້ຽມຢາມປະເທດນີ້ ໃນບັນດາການປຶກສາຫາລື ໄດ້ສະແດງຄວາມສະໜັບສະໜູນຢ່າງແຮງຕໍ່ຂໍ້ສະເໜີໂຮມກອງປະຊຸມບໍ່ເປັນທາງການຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ຍິ່ງໄວກໍ່ຍິ່ງດີ ເພື່ອແນໃສ່ຊຸກຍູ້ບັນດາການແລກປ່ຽນທັດສະນະທີ່ມີລັກສະນະສ້າງສັນ ແລະ ກຳນົດວິທີການແກ້ໄຂ ທີ່ມີຄວາມເປັນໄປໄດ້ສູງໃຫ້ແກ່ ມຽນມາ.

ໃນຖະແຫຼງການໜຶ່ງ, ທ່ານ Balakrishnan ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຢູ່ມຽນມາ ຈົ່ງລະງັບໃຈຢ່າງສຸດຂີດ ແລະ ນຳໃຊ້ບັນດາມາດຕະການຮີບດ່ວນເພື່ອແກ້ໄຂຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ