ສັນຍາເສດຖະກິດຫລາຍສະບັບໄດ້ຮັບການລົງນາມຢູ່ງານຕະຫລາດນັດກະສິກຳສາກົນ 2012

ສັນຍາເສດຖະກິດຫລາຍສະບັບໄດ້ຮັບການລົງນາມຢູ່ງານຕະຫລາດນັດກະສິກຳສາກົນ 2012 - ảnh 1
ງານ​ຕະຫລາດນັດ​ກະສິກຳ​ສາກົນປີ 2012
ພາບ:diendandautu.vn


(vovworld) - ຕອນ​ບ່າຍ​ວັນ​ທີ 21/11, ງານ​ຕະຫລາດນັດ​ກະສິກຳ​ສາກົນປີ 2012 ຢູ່ ນະຄອນ ​ເກີນ​ເທີ ​​ໄດ້​ອັດ​ລົງ. ​​ໃນ​ເວ​ລາ 7 ວັນ​ດຳ​ເນີນງານ​ຕະຫລາດນັດ​ດັ່ງກ່າວ, ມີ​ສັນຍາ​ເສດຖະກິດ 756 ສະບັບ​ໄດ້​ຮັບ​ການ​ລົງ​ນາມ​ດ້ວຍ ມູນ​ຄ່າ 170 ຕື້​ດົ່ງ, ​ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ສັນຍາ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ສະຫນອງ​ກົນ​ຈັກ. ພາຍຫລັງ​ງານ​ຕະຫລາດນັດ ມີ​ວິ​ສາ​ຫະກິດ​ນັບ​ສິບ​ແຫ່ງ​ໄດ້​ຮັບ​ໃບ​ຊັ່ງ​ຊື້​ສິນຄ້າ​ ລວມມູນ​ຄ່າ​ສີ​ບຕື້​ດົ່ງ. ທີ່​ງານ​ຕະຫລາດນັດ​ຄັ້ງ​ນີ້, ສະ​ຖາ​ບັນຄົ້ນ​ຄ້ວາເຂົ້ານາ​ທາມເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ພະ​ແນ​ກກະສິກຳ ​ແລະ ນຳ​ໃຊ້​ຊີວະ​ຊາດ ສັງກັດ​ມະຫາວິທະຍາ​ໄລ​ເກີນ​ເທີ, ສູນ​ສົ່ງ​ເສີມ​ວຽກ​ເຮັດ​ງານ​ທຳ ​ເກີນ​ເທີ ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ກ່ຽວ​ກັບ​ຂັ້ນ​ຕອນ​ປູກ, ​ເກັບ​ກ່ຽວ, ການ​ຮັກສາ​ພາຍຫລັງ​ການ​ເກັບ​ກ່ຽວ, ວິ​ທີ​ສຳ​ພັດ ​ແລະ ປະຕິບັດ​ຂັ້ນ​ຕອນ​ທີ່​ຈ​ຳ​ເປັນ​ເພື່ອ​​ໄດ້​ຮັບ “​ໃບ​ຢັ້ງຢືນ​ກ່ຽວ​ກັບ​​ຫລັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ” ລະດັບສາກົນ; ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຈຸ​ບັນ​ຂອງ​ຕະຫລາດ​ແຮງ​ງານ. ​ໃນ​ງານ​ຕະຫລາດນັດ​ດັ່ງກ່າວ, ບັນດາ​ຊາວ​ກະສິກອນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໄດ້​ແນະນຳ​ໝາກຜົນ​ແຫ່ງ​ການ​ປະດິດ​ສ້າງ​ເຕັກນິກ​ໃນ​ການ​ຍົກ​ສູງສະມັດຕະພາບ​ແຫ່ງ​ການ​ຜະລິດ​ກະສິກຳ.

 

ຂ່າວ/ບົດ​ອື່ນ