ສັນຍາ ປາຣີ 1973 ແມ່ນໄຊຊະນະສະຫງ່າລາສີທີ່ສຸດໃນປະຫວັດສາດການທູດ ຫວຽດນາມ

ສັນຍາ ປາຣີ 1973 ແມ່ນໄຊຊະນະສະຫງ່າລາສີທີ່ສຸດໃນປະຫວັດສາດການທູດ ຫວຽດນາມ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ

(vovworld) - ສັນຍາ ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນຕິພາບ​ຄືນ​ໃໝ່ ຢູ່​ຫວຽດນາມ ​ທີ່​ໄດ້​ເຊັນ​ກັນກ່ອນ​ນີ້ 40 ປີ​ແມ່ນ​ການ​ເຈລະຈາ​ຍາວ​ນານ, ຫຍຸ້ງຍາກ, ສັບສົນ​ທີ່​ສຸດ ​ແລະ ​ແມ່ນ ​ໄຊຊະນະ​ສະຫງ່າ​ລາສີ​ທີ່​ສຸດ​ໃນ​ປະຫວັດ​ການ​ທູດ​ຫວຽດນາມ. ນີ້ ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽ​​ດນາມ ຟ້າ​ມບິນ​ມິນ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ ຫວຽດນາມ. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ແລ້ວ, ກອງ​ປະຊຸມ ປາຣີ ​ແມ່ນ​ການ​ຕໍ່ສູ້​ຢ່າງ​ອົງອາດ​ກ້າ​ແກ່ນ ​ເພື່ອ​ບັນດາ​ສິດ​ພື້ນຖານ​ຂອງ​ຊາດ ຫວຽດນາມ. ​ແລະ ສັນຍາ ປາຣີ ​ແມ່ນ ​ເອກະສານ​ດ້ານ​ນິຕິ​ກຳ​ຮອບດ້ານ, ຄົບ​ຖ້ວນ​ທີ່​ສຸດ​ທີ່​ຮັບ​ຮູ້​ສິດ​​ເຫຼົ່າ​ນັ້ນ, ນັ້ນ​ແມ່ນ “​ເອກະລາດ, ສັນຕິພາບ, ຜືນ​ແຜ່ນດິນ ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ”. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ກ່າວ​ວ່າ:

“​ໄຊຊະນະ​ຂອງ​ກອງ​ປະຊຸມ​ ປາຣີ ​ເວົ້າ​ສະ​ເພາະ ​ແລະ ຂອງ​ບັ້ນ​ຮົບ​ຂອງ​ປະຊາຊົນ ຫວຽດນາມ ​ເວົ້າ​ລວມ ​ໄດ້ຢັ້ງຢືນ​ສັດຈະທຳ​ທີ່​ວ່າ: ​ຊາດ 1 ເຖິງ​ວ່າ ຈະ​ອ່ອນ​ນ້ອຍກໍ່ຕາມ ​ແຕ່​ຫາກ​ດ້ວຍ​ຄວາມ​ເປັນ​ທຳ ​ແລະ ຄວາມ​ຕັດສິນ​ໃຈ​ຕໍ່ສູ້​ເພື່ອ​ເອກະລາດ ​ອິດສະຫຼະພາບ​ຂອງ​ຊາດ​ຕົນ, ປະ​ເທດ​ນັ້ນ​ຈະ​​ເອົາໄຊຊະນະ​ຕໍ່ທຸກໆ​ກຳລັງ​ຮຸກ​ຮານ​ໃດໆ. ຍ້ອນ​ເຫດ​ນີ້​ເອງ, ກອງ​ປະຊຸມ ປາຣີ ​ແລະ ສັນຍາ ປາຣີ ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ ອັນ​ໃຫຍ່​ຫຼວງ, ປະກອບ​ສວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຕໍ່ສູ້​ລວມຂອງ​ປະຊາຊົນ ​ໂລກ ​ເພື່ອ​ເອກະລາດ, ​ເສລີພາບ, ສັນຕິພາບ ​ແລະ ຄວາມ​ຍຸຕິ​ທຳ”

        ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ຍັງຖື​ວ່າ: ມີ​ຫຼາຍ​ບົດຮຽນທີ່​ຖອດ​ຖ​ອນມາ​ໄດ້​ຈາກ​ກອງ​ປະຊຸມ ປາຣີ ​ໃຫ້​ແກ່​ການ​ທູດ ຫວຽດນາມ. ທ່ານ​ກ່າວ​ຕໍ​ໄປ​ວ່າ:

“ບົດຮຽນ​ທີ່​ສຳຄັນທີ່​ສຸດ ນັ້ນ​ແມ່ນ ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ. ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ທຸກໆ​ໄຊຊະນະ. ທີ 2 ​ແມ່ນ, ພວກ​ເຮົາ​ຮັກ​ສາ​ສັນຕິພາບ, ​ອະທິປະ​ໄຕ ​ແມ່ນ​ຫຼັກການ​ສຳຄັນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພົວພັນ​ຕ່າງປະ​ເທດ. ທີ 3, ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ຂະ​ແໜງ​ການ, ຂັ້ນ, ຂົງ​ເຂດ​ຕ່າງໆ ​ແມ່ນ​ປັດ​ໄຈ​ສຳຄັນ​ຮັບປະກັນ​ໄຊຊະນະ​ຂອງ​ການ​ທູດ. ທີ 4, ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຕໍ່ສູ້​ທາງ​ການ​ທູດ. ທີ 5, ສົມທົບ​ກຳລັງ​ແຮງ​ຂ​ອງຊາດ ກັບ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັບປະກັນ​ໄຊຊະນະ.”

        ຕາມ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ​ແລ້ວ, ສຳລັບ​ພື້ນຖານ​ການ​ທູດ ຫວຽດນາມ, ກອງ​ປະຊຸມ ປາຣີ ​ແລະ ສັນຍາ ປາຣີ ​ແມ່ນ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດຕະຫຼອດ​ໄປ, ສະ​ແດງ​​ໃຫ້​ເຫັນ​ຍຸດທະວິທີ​ທາງ​ການ​ທູດຂອງ ຫວຽດນາມ, ​ແມ່ນ ​ໄຊຊະນະ​ຂອງ​ພື​້ນຖານ​ການ​ທູດ​ຂອງ​ລັດ​ປະຕິວັດ​ຍັງ​ໜຸ່ມ​ແໜ້ນ ທີ່​ມີ​ຕໍ່​ພື້ນຖານ​ການ​ທູດ​ ອາຊີບ ຂອງ​ປະ​ເທດ​ມະຫາ​ອຳນາດ.

ຂ່າວ/ບົດ​ອື່ນ