ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ

ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ - ảnh 1

(vovworld) - ວັນ​ທີ 21/2, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສື​ກສາ​ສູນ​ກາງ​ ສົມທົບ​ກັບ ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະ​ນາ​ກ່ຽວ​ກັບ​ “ການສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ”. ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​​ເຮັດ​ໃຫ້ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ລຸງ​ໂຮ່ ​ໄດ້​ຮັບ​ການປະຕິບັດ​ເປັນ​ປະຈຳ, ​ແລະ​ຕໍ​່​ເນື່ອງ​ໃນ​ໄລຍະ 2011 – 2015 ​ແລ​ະ ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ຫຼີກ​ລ້ຽງ​ແບບຮູບ​ການ, ​ແຕ່​ລະ​ອົງການ, ຫົວ​ໜ່ວຍຕ້ອງ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ສະຕິ​ຄວາມ​ຮູ້, ວຽກ​ງານ​ຊີ້​ນຳນຳພາ ​ແລະ ມີ​ບັນດາ​ວຽກ​ງານ​ລະອຽດ​ຕາມ​ມາດຕະຖານຄຸນສົມບັດ​ຂອງ​ເພິ່ນ. ພິ​ເສດ, ຕ້ອງ​ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ອົງການ, ຫົວໜ່ວຍ ​ແລະ ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ “ບາ​ງບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ບັນດາ​ຜູ້​ແທນ​ສະ​ເໜີ​ວ່າ, ຄະນະ​ໂຄສະນາ​ສື​ກສາສູນ​ກາງ ຄວນ​ປະກາດ​ໃຊ້​ແນະນ​ຳຫົວ​ຂໍ້ຢ່າງ​ລະອຽດ​ໃຫ້​ແກ່​ແຕ່ລະ​ປີ, ສະ​ເໜີ​ໃຫ້​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຮຽກ​ຮ້ອ​ງ​ໃຫ້​ບັນດາ​ຂະ​ແໜງ​ການ, ໝູ່​ຄະນະ, ​ແນວ​ໂຮມ​ປະ​ເທດ​ຊາດ​ປະກາດ​ໃຊ້​​ແນະນຳ​ລະອຽດ​ເພື່ອ​ໃຫ້​ຫົວໜ່ວຍ​ປະຕິບັດ. ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ກໍ​ຄວນ​​ເລືອກ​ຮູບ​ແບບການ​ຈັດ​ຕັ້ງ​ເພື່ອ​ຖອດ​ຖອນ​ບົດຮຽນ, ຊີ້ນ​ຳທະວີ​ຄຸນ​​ຢ່າງ​ກ້ວາງ​ຂວາງ. ​ໄປ​ຄຽງຄູ່​ກັນ​ນັ້ນ, ຄວນ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່, ​ໄປ​ຄຽງ​ຄູ່​ກັບ​ການ​ກວດກາ, ຕິດ​ຕາມ​ກວດກາ, ສະຫຼຸບ, ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ຢ່າງ​ເໝາະ​ສົມ, ສ້າງ​ກຳລັງ​ໜູນ​ຢ່າງ​ແຂງ​ແຮງ​ໃນ​ການ​ປະຕິບັດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ