ສືບຕໍ່ສ້າງນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີໃຫ້ສົມບຸນແບບ

ສືບຕໍ່ສ້າງນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີໃຫ້ສົມບຸນແບບ - ảnh 1
(ພາບປະກອບ)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 19 ຕຸລາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກ່ຽວກັ​ບໂຄງການ​ສົມທົບ​ ກວດກາ​ຄືນ​ການ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

        ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຜ່ານ​ມາ, ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ນະ​ໂຍບາຍ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ, ​ແຕ່​ວ່າ ​ເພື່ອ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ໝາກຜົນ​ແຫ່ງ​ການ​ປະຕິບັດນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ລັດຖະບານ​ພວມ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ປະກອບໃສ່​ຮ່າງ​ໂຄງການ​ສົນ​ທົບກວດກາ​ນຄືນ​ກາ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ໄລຍະ 2 ປີ 2014 – 2015. ຜ່ານ​ການ​ກວດກາ​ຈະ​ແກ້​ໄຂ​ບັນດາ​ສິ່ງບໍ່ເໝາະສົມໃນນະໂຍບາຍພວມປະກາດໃຊ້ໃຫ້ແທດ​ເໝາະກັບ​ຕົວ​ຈິງ.

      ​ເພື່ອ​ປະຕິບັດ​ບັນດາ​ນະ​​ໂຍບາຍ​ທີ່​ມີ​ຕໍ່​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ​ຫວຽດນາມ ຟ້າ​ມມິ​ງຮວນ ສະ​ເໜີ​ວ່າ.

    “ສະ​ເໜີ​ໃຫ້​ບັນດາ​ກະຊວງ​ແນະນຳ​ຢ່າ​ງລະອຽດ​ກວ່າ​ອີກ, ​ເພື່ອ​ຮັບປະກັນ​ລັກສະນະ ເປັນ​​ໄປ​ໄດ້ຂອງ​ນະ​ໂຍບາຍ​. ກະຊວງ​ການ​ເງິນ​ຕ້ອງ​ແນະນຳ, ​ຊີ້​ນຳ, ຈັດ​ຕັ້ງ​ການ​ປະຕິບັດ​ຫຼຸດຜ່ອນ​ພາສີ​ອາກອນສຳລັບ​​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ໜູນ​ຊ່ວຍ​ທາງ​ດ​ດ້ານ​ອັດ​ຖຸ, ​ແຫຼ່ງທຶນ​ໃຫ້​ແກ່​ບັນດາ​ຮາກ​ຖານ​ຜະລິດ, ດຳ​ເນີນ​ທຸລະ​ກິດ; ກະຊວງ​ກໍ່ສ້າງ​ແນະນຳ​ກ່ຽວ​ກັບ​ນະ​ໂຍບາຍໜູນ​ຊ່ວຍ​ດ້ານ​ເຮືອນຢູ່; ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແນະນຳ​ການປະຕິບັດ​ລະບອບ​ໃຫ້​ບຸລິມະສິດ​​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ດ້ານ​ກະສິກຳ, ປ່າ​ໄມ້, ການປະມົງ...”

ຂ່າວ/ບົດ​ອື່ນ