ສັບປະດາວັດທະນະທຳ ຫວຽດນາມຢູ່ກຳປູເຈຍ


ສັບປະດາວັດທະນະທຳ ຫວຽດນາມຢູ່ກຳປູເຈຍ - ảnh 1

(ພາບ: Xuân Khu/Vietnam+)

 (vovworld)- ​ ສັບປະດາ​ວັດທະນະທຳ​ຫວຽດນາມ​ຢູ່ກຳ​ປູ​ເຈຍ 2014 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 31/8 ຢູ່​ນະຄອນຫຼວງ​ພະນົມ​ເປັນ. ນີ້​ແມ່ນການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ແນ່​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ​ແລະ ການຮ່ວມ​ມື​ຂອງ​ສອງ​ຊາດ. ທ່ານ​ເລ​ແຄງ​ຫາຍ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ​ເນັ້ນໜັກ​ວ່າ:

  “ສັບປະດາວັດທະນະທຳຫວຽດນາມຢູ່ກຳປູເຈຍ ແມ່ນໜຶ່ງໃນບັນດາເຫດການວັດທະນະທຳທີ່ີຄວາມໝາຍໃຫ່ຍຫຼວງແນ່ໃສ່ປະຕິບັດແຜນການຮ່ວມມືດ້ານວັດທະນະທຳສິລະປະລະຫວ່າງສອງປະເທດ. ຂ້າພະເຈົ້າຖືວ່າ, ​ເຫດການວັດທະນະທຳທີ່ມີຄວາມໝາຍນີ້ແມ່ນໂອກາດເພື່ອໃຫ້ ປຊຊ ກຳປູເຈຍ ສາມາດເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ຫຼາຍກ່ວາ, ປະກອບສ່ວນນຳສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງອັນດີງາມແລະ ການຮ່ວມມືລະຫວ່າງ ປຊຊ ສອງປະເທດ ຂຶ້ນສູ່ລະດັບສູງໃໝ່“./.

ຂ່າວ/ບົດ​ອື່ນ