ສັບປະດາວັດທະນະທຳ Toulouse (ຝະລັ່ງ) ຢູ່ຮ່າໂນ້ຍ

ສັບປະດາວັດທະນະທຳ Toulouse (ຝະລັ່ງ) ຢູ່ຮ່າໂນ້ຍ - ảnh 1
 (ພາບ:
Hanoi.org.vn)

 (vovworld)-​​​​ ​ ສັບປະດາ​ວັດທະນະທຳ Toulouse (ຝະລັ່ງ) ຢູ່​ຮ່າ​ໂນ້ຍໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 4/10 ຢູ່ກຳ​​ແພງ​ຮ່ວາງ​ແທງ-​ທັງ​ລອງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ນະຄອນ​ຮ່​າໂນ້ຍ ​ແລະ ຄະນະ​ຜູ້​ແທນ​ນະຄອນ Toulouse.  ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຝະລັ່ງ (1973-2013) ​ແລະ ສອງ​ນະຄອນ​ຮ່າ​ໂນ້ຍ ​ແລະ Toulouse.  ​ໃນ​ສັບປະດາ​ດັ່ງກ່າວ, ບັນດາ​ນັກ​ສິລະ​ປິນນະຄອນ Toulouse ຈະ​ສະແດງ​ບັນດາ​ລາຍການ​ສິລະ​ປະ​ພິ​ເສດສະ​ເພາະ, ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ພົບ​ປະແລກປ່ຽນ​ລະຫວ່າງ​ນັກ​ສິລະ​ປິນຮ່າ​ໂນ້ຍ ​ແລະ ນັກ​ສິລະ​ປິນ Toulouse; ​ໂຄສະນາ​ວັດທະນະທຳ, ສິລະປະຝະລັ່ງ​ຢູ່ຮ່າ​ໂນ້ຍ. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ສັບປະດາ​ລວມມີ: ການສະ​ແດງ​ດົນຕີ, ສາຍຟິນຮູບ​ເງົາ, ສະ​ແດງ​ດົນຕີ​ປະສານ​ສຽງ ​ແລະ ງານ​ວາງສະ​ແດງ…

  



ຂ່າວ/ບົດ​ອື່ນ