ສັບປະດາສາຍຮູບເງົາ APEC 2017

(VOVWORLD) - ສັບປະດາສາຍຮູບເງົາ “ຂ່ຳນັບຮັບຕ້ອນເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຢູ່ ຫວຽດນາມ 2017” (ສັບປະດາສາຍຮູບເງົາ APEC 2017) ໄດ້ຈັດຕັ້ງແຕ່ວັນທີ 11 – 16 ຕຸລາ ຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ແຕ່ວັນທີ 12 – 16 ຕຸລາ ຢູ່ນະຄອນ ດ່າໜັງ. 
ສັບປະດາສາຍຮູບເງົາ APEC 2017 - ảnh 1 ຮູບເງົາເລື່ອງ “ສາວງາມ” ຂອງ ຫວຽດນາມ (ພາບ: VTV)

ດ້ວຍຄຳຂວັນທີ່ວ່າ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, ສັບປະດາສາຍຮູບເງົາ APEC ຫວຽດນາມ 2017 ໄດ້ຈັດຕັ້ງຕາມມາດຖານເຊື່ອມຕໍ່ວັດທະນະທຳລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC, ປະກອບສ່ວນສ້າງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ຕິດພັນ ແລະ ວັດທະນາຖາວອນ. ຜ່ານນັ້ນ, ແນະນຳບັນດາຮູບເງົາທີ່ເປັນເອກະລັກສະເພາະຂອງບັນດາພື້ນຖານເສດຖະກິດສະມາຊິກ APEC. ຄະນະຈັດຄັ້ງໄດ້ຄັດເລືອກຮູບເງົາ 11 ເລືື່ອງຂອງ 11 ພື້ນຖານເສດຖະກິດສະມາຊິກ APEC ເພື່ອສາຍຮູນເງົາ. ຮູບເງົາເລື່ອງ “ສາວງາມ” ຂອງ ຫວຽດນາມ ໄດ້ຮັບການສາຍ ໃນຕອນຄ່ຳວັນທີ 11 ຕຸລາ ທີ່ພິທີໄຂສັບປະດາສາຍຮູບເງົາ APEC 2017 ຢູ່ສູນສາຍຮູບເງົາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ