ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ໄລ່ຮອດວັນທີ 11 ເມສາ, ອິດສະລາແອັນ ໄດ້ບຸກໂຈມຕີນະຄອນ Jenin ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ພາຍຫຼັງການປະທະກັນຢ່າງຮ້າຍແຮງຫວ່າງໆມໍ່ໆມານີ້. 
ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ຜູ້ແຫ່ຂະບວນປະທ້ວງຊາວປະແລັດສະຕິນ ປະທະກັນ ກັບທະຫານ ອິດສະລາແອັນ (ພາບ: TTXVN)

ວັນທີ 11 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການປິນຂັ້ນໄດລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນຫວ່າງມໍ່ໆມານີ້. ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ພວມຕິດຕາມສະພາບການໃຊ້ຄວາມຮຸນແຮງຫວ່າງມໍ່ໆມານີ້ຢູ່ເຂດຖືກຢຶດຄອງຂອງຊາວປາແລັດສະຕິນ ກໍ່ຄືຢູ່ອິດສະລາແອັນ ພ້ອມກັບຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດທີ່ນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍຫຼາຍຄົນ. ພ້ອມທັງຕັກເຕືອນຄືນວ່າ ບັນດາຝ່າຍທີ່ກ່ຽວຂ້ອງບໍ່ໃຫ້ຖືເດັກນ້ອຍແມ່ນເປົ້າໝາຍບຸກໂຈມຕີດ້ວຍຄວາມຮຸນແຮງ, ຕ້ອງຫຼີກລ້ຽງການບຸກໂຈມຕີເດັກນ້ອຍດ້ວຍທຸກວິທີ, ບັນດາກຳລັງປ້ອງກັນຊາດ ອິດສະລາແອັນຈົ່ງອົດກັ້ນ ແລະ ພຽງແຕ່ນຳໃຊ້ອາວຸດໃນກໍລະນີທີ່ບໍ່ສາມາດຫຼີກລ້ຽງໄດ້ເທົ່ານັ້ນ. ທ່ານ Dujarric ໃຫ້ຮູ້ວ່າ ສປຊ ຈະສືບຕໍ່ຕັ້ງໜ້າຮ່ວມມືກັບທຸກຝ່າຍເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນນີ້.

ໄລ່ຮອດວັນທີ 11 ເມສາ, ອິດສະລາແອັນ ໄດ້ບຸກໂຈມຕີນະຄອນ Jenin ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ພາຍຫຼັງການປະທະກັນຢ່າງຮ້າຍແຮງຫວ່າງໆມໍ່ໆມານີ້. ຄວາມເຄັ່ງຕຶງໄດ້ປິນຂັ້ນໄດນັບແຕ່ເວລາບັນດາເຫດບຸກໂຈມຕີທີ່ເກີດຂຶ້ນຢູ່ ອິດສະລາແອັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ ນັບສິບຄົນຖືກຮັບບາດເຈັບ ໃນ 3 ອາທິດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ