(VOVWORLD) -ຕອນເຊົ້າວັນທີ 30 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ຢືນຢັນການຍິງທົດລອງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງປະເທດນີ້ ໃນວັນທີ 29 ພຶດສະພາ.
(ພາບປະກອບ: AFP/TTXVN) |
ນີ້ແມ່ນການຍິງທົດລອງລູກສອນໄຟຄັ້ງທີ 3 ໃນຮອບເວລາ 1 ເດືອນຜ່ານມາຂອງພຽງຢາງ. ພາກຂ່າວຂອງ KCNA ເນັ້ນໜັກວ່າ, ການນຳສປປ.ເກົາຫຼີ Kim Jong Un ໄດ້ຊີ້ນຳການຍິງທົດລອງລູກສອນໄຟໂດຍກົງ ໂດຍໄດ້ຄວບຄຸມດ້ວຍລະບົບພາທາງແມ່ນຍຳສູງ, ພ້ອມທັງອອກຄຳສັ່ງພັດທະນາບັນດາປະເພດອາວຸດຍຸດທະສາດທີ່ມີຄວາມແຮງທຳລາຍໃຫຍ່ຫຼວງກວ່າ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 29 ພຶດສະພາ, ສປປ.ເກົາຫຼີ ໄດ້ດຳເນີນການຍິງທົດລອງລູກສອນໄຟນຳວິຖີລູກໜຶ່ງຈາກສະຖານທີ່ໃກ້ກັບສະໜາມບິນ Wonsan, ຂຶ້ນກັບແຂວງ Gangwon ຂອງປະເທດນີ້, ກ່ອນທີ່ລູກສອນໄຟຖືກຖືວ່າໄດ້ຕົກໃສ່ເຂດເສດຖະກິດພິເສດບົນທະເລຍີ່ປຸ່ນ.