ສປປ.ເກົາຫຼີຮຽກຮ້ອງສ.ເກົາຫຼີຍຸບເລີກການຊ້ອມຮົບຮ່ວມກັບອາເມລິກາ

ສປປ.ເກົາຫຼີຮຽກຮ້ອງສ.ເກົາຫຼີຍຸບເລີກການຊ້ອມຮົບຮ່ວມກັບອາເມລິກາ - ảnh 1
ຄາດ​ວ່າຈຸດ​ເວລາ​ເລີ່​ມປະຕິບັດ​ການ​ຊ້ອມ​ຮົບ​ຮ່ວມ ອາ​ເມ​ລິ​ກາ - ສ ​ເກົາຫຼີ ຄາດ​ວ່າ​ຈະກົງ​ກັບ​​ເວລາ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ
(ພາບປະກອບຈາກAFP/ TTXVN)

(​vovworld) – ສປປ ເກົາຫຼີ​ ຮຽກຮ້ອງ ​ສ.​ເກົາຫຼີ​ ຍຸບ​ເລີກ​ກາ​ນຊ້ອມ​ຮົບ​ຮ່ວມ​ກັບ​ອາ​ເມ​ລິ​ກາ. ການ​ຊ້ອມຮັບ​ຮ່ວມ​ຕາມ​ແຜນການ​ໄດ້​ເລີ່​ມ​ດຳ​ເນີນແຕ່​ທ້າຍ​ເດືອນ​ນີ້ ​ແລະ ​ແກ່ຍາວ​ຮອດ​ເດືອນ 4. ​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາ​ຫຼີ (KCNA) ​ໄດ້​ຄັດ​ສະ​ເໜີຄຳ​ຖະ​ແຫຼ​ງຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ ສປປ ​ເກົາຫຼີ ​ໂດຍ​ຖື​ວ່າ: ການ​ໂອ້​ລົມ​ສົນທະນາ ​ແລະ “ກາ​ນຊ້ອມ​ຮົບ​ສົງຄາມ​ຮຸກ​ຮານ” ບໍ່​ສາມາດ​ໄປຄຽງ​ຄູ່​ນຳ​ກັນ​ໄດ້. ຄະນະ​ກຳມະການ​ດັ່ງກ່າວ​ກໍ່​ໄດ້​ຄັດ​ສະ​ເໜີ​​ບົດ​ໜັງສືພິມຈຳນວນ​ໜຶ່ງ​ຂອງ​ສື່​ມວນ​ຊົນ ສ ​ເກົາຫຼີ ກ່ຽວ​ກັບ​ການ​ຢ້ຽມຢາມ​ສູນ​ເບິ່ງ​ແຍງ​ດູ​ແລ​ເດັກ​ຂອງ​ຜູ້ນຳ ສປປ ​ເກົາຫຼີ Kim Jong –un ​ແລະ ຖະ​ແຫຼ​ງວ່າ ພຽງ​ຢ່າງ​ອາດ​ສາມາດ​ພິຈາລະ​ນະ​ຄືນ​ການ​ປະຕິບັດ​ຂໍ້​ຕົກລົງ​ຈັດ​ຕັ້ງການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ ຖ້າ​ຫາກ​ຝ່າຍ ສ ​ເກົາຫຼີ “ສືບ​ຕໍ່ໝີ່​ນປະໝາດຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫຼີ”.

    ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ ສປປ ​ເກົາຫຼີ ​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ ​ເກົາຫຼີ 1950 – 1953 ​ແຕ່​ວັນ​ທີ  20 – 25/2 ຈະ​ມາ​ເຖິງ​ຢູ່​ເຂດ​ທ່ອງ​ທ່ຽວ​ພູ Kumgang. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄາດ​ວ່າຈຸດ​ເວລາ​ເລີ່​ມປະຕິບັດ​ການ​ຊ້ອມ​ຮົບ​ຮ່ວມ ອາ​ເມ​ລິ​ກາ - ສ ​ເກົາຫຼີ ຄາດ​ວ່າ​ຈະກົງ​ກັບ​​ເວລາ​ຈັດ​ຕັ້ງ​ການ​ເຕົ້າ​ໂຮມ. ຕໍ່ໜ້າ​ການ​ກະທຳ​ດັ່ງກ່າວ​ຂອງ ພຽງ​ຢາງ, ສ ​ເກົາຫຼີ ກໍ່ສະ​ແດງ​ຄວາມ​ເສຍດາຍ​ກ່ຽວ​ກັບ​ເລື່ອງ ສປປ ​ເກົາຫຼີ ຖື​ບັນຫາ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ຕິດ​ພັນກັບ​ບັນຫາ​ການ​ທະ​ຫານ.


ຂ່າວ/ບົດ​ອື່ນ