ສປປ ເກົາຫລີ ເພີ່ມທະວີການເຄື່ອນໄຫວກະກຽມຍິງທົດລອງນິວເຄຼຍຄັ້ງທີ 3

ສປປ ເກົາຫລີ ເພີ່ມທະວີການເຄື່ອນໄຫວກະກຽມຍິງທົດລອງນິວເຄຼຍຄັ້ງທີ 3 - ảnh 1
ພາບປະກອບ:internet


(vovworld)-  ວັນ​ທີ 30/1, ນັກ​ຂ່າວ​ຂ່າວສານ ຫວຽດນາມ ປະຈຳ​ເຊີ​ອູ​ນ ​ໄດ້​ຄັດ​ແຫ​ລ່ງຂ່າວ​ການ​ທະຫານ ​ແລະ ລາຊະການ​ລັບ ສ​ເກົາຫລີ ​ໃຫ້​ຮູ້​ວ່າ: ​ໄລຍະ​ມໍ່ໆ​ມາ​ນີ້ ພຽງຢາງ ມີ​ສັນຍາ​ນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຢູ່​ສະຖານ​ທີ່​ຍິງ​ທົດ​ລອງ​ນິວ​ເຄຼຍ ທາງ​ທິດຕາ​ເວັນ​ອອກສຽງ​ເຫນືອ ຂອງ​ປະ​ເທດ​ນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ພຽງ​ຢາງ ພວມ​ກະກຽມ​ດຳ​ເນີນ​ການ​ຍິງ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 3 ​ໃນ​ບໍ່​ວ່າ​ເວລາ​ໃດ. ກ່ອນ​ຫນ້າ​ນັ້ນ ບັນດາ​ເຈົ້າ​ຫນ້າ​ທີ່ ​ເຊີ​ອູ​ນ ​ໃຫ້​ຮູ້​ວ່າ: ພຽງ​ຢາງ​ ​ໄດ້​ສ້ອມ​ແປງ​ສະຖານ​ທີ່​ດັ່ງກ່າວ ຍ້ອນ​ຖືກຝົນຕົກ​ທຳລາຍ. ກ່ຽວ​ກັບ​ຄວາມ​ສາມາດ ສປປ ​ເກົາຫລີ ຍິງ​ທົດ​ລອງ​ນິວ​ເຄຼຍ, ວັນ​ທີ 29/1, ກ່າວ​ຄຳ​ເຫັນ​ທາງ​ວິທະຍຸ​ທ້ອງ​ຖິ່ນ, ທ່ານ  Park Jie won ສະມາຊິກ​ສະພາ​ຕຳ່ ຂຶ້ນ​ກັບ​ພັກ​ປະຊາທິປະ​ໄຕ​ເອກະ​ພາບ ຝ່າຍ​ຄ້ານ​ຢູ່ ສ​ເກົາຫລີ ​ເວົ້າ​ວ່າ: ຈຸດ​ເວລາ​ທີ່ ພຽງ​ຢາງ ​​ຍິງ​ທົດ​ລອງ​ນິວ​ເຄຼຍ ອາດ​ຈະ​ກົງ​ກັບ​ເວລາ​ດຳ​ເນີນ​ບັນດາ​ເຫດການ​ໃຫຍ່ ຊຶ່ງ​ຈະ​ຈັດ​ຕັ້ງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ