ວັນທີ 28 ທັນວາ, ສະທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫຼີ ເລີ່ມຕົ້ນພິທີງານສົບການນຳ Kim Jong Il. ປະຊາຊົນ ສະທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫຼີ ນັບແສນຄົນໄດ້ເຂົ້າຮ່ວມພິທີແຫ່ສົບຂອງທ່ານຢູ່ນະຄອນຫຼວງ ພຽງຢາງ. ໃນພິທີງານສົບເຊິ່ງຈັດຂື້ນຢ່າງສົມກຽດຢູ່ຫໍອານຸ Kumsusan ທີ່ ນະຄອນຫຼວງ ພຽງຢາງ ໃນວັນທີ 28 ທັນວາ ນີ້. ພົນເອກ Kim Chang Un ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງໄດ້ໄຫວ້ອາໄລການນຳ Kin Jong Il ເທື່ອສຸດທ້າຍ.
ສະທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫຼີ ບໍ່ເຊື້ອເຊີນຄະນະຜູ້ແທນຕ່າງປະເທດໃດໆເຂົ້າຮ່ວມພິທີງານສົບຂອງການນຳ Kim Jong Il.
ໃນຂະນະນັ້ນ, ສຳນັກຂ່າວສານ Yonhap ຂອງ ສະທາລະນະລັດ ເກົາຫຼີ ໃຫ້ຮູ້ວ່າໃນເວລາ 2 ວັນແຕ່ວັນທີ 28 ຫາ 29 ທີ່ດຳເນີນພິທີງານສົບຂອງການນຳສະທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫຼີ Kim Jong Il, ເຂດອຸດສາຫະກຳ Kexang, ເຊິ່ງແມ່ນສັນຍາລັກຂອງສາຍພົວພັນລະຫວ່າງສະທາລະນະລັດປະຊາຊົນປະຊາທິປະໄຕ ເກົ່າຫຼີ ແລະ ສາທາລະນະລັດ ເກົາຫຼີ ໄດ້ຢຸດການເຄື່ອນໄວເກືອບທັງໝົດ.
ກ່ອນໜ້ານັ້ນ, ໃນວັນທີ 27 ທັນວາ, ຄະນະຜູ້ແທນສະທາລະນະລັດ ເກົາຫຼີ ໂດຍພັນລະຍາຂອງອາດິດປະທານາທິບໍດີສະທາລະນະລັດ ເກົາຫຼີ Kim Te Chung ນຳໜ້າໄດ້ໄປ ສະທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫຼີ ເຂົ້າຮ່ວມພິທີໄຫວ້ອາໄລການນຳ Kim Jong Il.