ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງຫວວງຫລາຍກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ພາບ:VGP
|
(vovworld)- ວັນທີ 15/9, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບການຢ້ຽມຢາມຍີ່ປຸ່ນ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແຕ່ວັນທີ 15-18/9. ບັນດາບົດຂຽນອອກຜ່ານເວັບໄຊ ໃນວັນທີ 15/9 ຫນັງສືພິມລາຍວັນ Yomiuri, ຂ່າວສານ Kyodo, ຫນັງສືພິມ Japan Times ລ້ວນແຕ່ເວົ້າເຖິງການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ ກໍຄື ການຫນູນຊ່ວຍຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ຫວຽດນາມ ໃນໄລຍະຜ່ານມາ. ບັນດາຫນັງສືພິມສຳຄັນຂອງ ຍີ່ປຸ່ນ ກໍເນັ້ນຫນັກເຖິງເລື່ອງ ການນຳສອງທ່ານ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການປ້ອງກັນຄວາມສະຫງົບ. ຕາມບັນດາຫນັງສືພິມດັ່ງກ່າວແລ້ວ, ເພື່ອສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງຝ່າຍເຫັນດີຮ່ວມມືກ່ຽວກັບຂົງເຂດກະສິກຳ, ສືບຕໍ່ມານະພະຍາຍາມເພື່ອສຳເລັດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP ໂດຍໄວ.