ສື່ມວນຊົນໄທຕີລາ ຄາສູງການເຊື່ອມ ໂຍງເຂົ້າກັບອາຊຽນ ຂອງຫວຽດນາມ
Tong Son ນັກຂ່າວ VOV ປະຈຳໄທ -  
15 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ
(ພາບປະກອບ: hanoimoi.com.vn)
( vovworld ) – ໜັງສືພິມ ມະຕິຊົນ ຂອງໄທ, ສະບັບອອກວັນທີ 21/8 ໄດ້ລົງພິມບົດຂຽນທີ່ມີຫົວຂໍ້ວ່າ: “ຫວຽດນາມ ກັບອາຊຽນ“ ຂອງນັກຄົ້ນຄ້ວາ ທິຣາ ມຸດສະພິມ ສັງກັດສູນກະກຽມເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ-ມະຫາວິທະຍາໄລເສດຖະສາດໄທ. ໃນບົດຂຽນ, ຜູ້ຂຽນໄດ້ຕີລາຄາສູງການເຊື່ອມໂຍງເຂົ້າກັບອາຊຽນ ຂອງຫວຽດນາມ ຢ່າງວ່ອງໄວ ແລະ ມີປະສິດທິຜົນ. ພາຍຫຼັງເຂົ້າເປັນສະມາຊິກອາຊຽນ ເມື່ອປີ 1995, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ຕັ້ງໜ້າທັງທາງດ້ານການເມືອງ ແລະ ເສດຖະກິດ. ຫວຽດນາມ ໄດ້ຈັດກອງປະຊຸມຕ່າງໆຂອງອາຊຽນ ຈາກຂັ້ນວິຊາການ ຕະຫຼອດຮອດຂັ້ນການນຳສູງສຸດ. ຫວຽດນາມ ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ 3 ປະເທດກຳປູເຈຍ, ລາວ ແລະ ມ້ຽນມາ ເຂົ້າເປັນສະມາຊິກອາຊຽນ. ຜົນງານທີ່ຈະແຈ້ງທີ່ສຸດຂອງຫວຽດນາມ ເມື່ອເຂົ້າເປັນສະມາຊິກອາຊຽນ ແມ່ນການພົວພັນດ້ານການຄ້າ ແລະ ການລົງທຶນໃນກຸ່ມ. ການລົງທຶນຂອງບັນດາປະເທດອາຊຽນ ເຂົ້າຫວຽດນາມ ໄດ້ເພີ່ມຂຶ້ນແຮງ, ຈາກ 3,2 ຕື້ໂດລາສະຫະລັດໃນປີ 1997 ໄດ້ຂຶ້ນເຖິງກ່ວາ 46 ຕື້ໂດລາສະຫະລັດໃນປີ 2009.
ຜູ້ຂຽນໄດ້ສະຫລຸບວ່າ: ຫວຽດນາມ ແມ່ນປະເທດທີ 3 ໃນອາຊຽນ ດ້ວຍປະຊາກອນເກືອບ 90 ລ້ານຄົນ ແລະ ນັບມື້ນັບກາຍເປັນກຳລັງໜູນອັນສຳຄັນຂອງອາຊຽນ.
Tong Son ນັກຂ່າວ VOV ປະຈຳໄທ