ສຸມ​ໃສ່​ຊອກ​ຫາ​ມາດ​ຕະ​ການ​​ແກ້​ໄຂ ເພື່ອປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ກະ​ໂດດ​ຂັ້ນ​ຢ່າງ​ແຮງ ເພື່ອ​ພັດ​ທະ​ນາ​ປະ​ເທດ​​ຊາດ

(VOVWORLD) -  ຕອນບ່າຍວັນທີ 19 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະພາທີ່ປຶກສານະໂຍບາຍດ້ານການເງິນ-ເງິນຕາແຫ່ງຊາດ ແລະ ໜ່ວຍງານທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ, ສະຫຼຸບໜ້າທີ່ປີ 2020, ຜັນຂະຫຍາຍໜ້າທີ ປີ 2021.
ສຸມ​ໃສ່​ຊອກ​ຫາ​ມາດ​ຕະ​ການ​​ແກ້​ໄຂ ເພື່ອປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ກະ​ໂດດ​ຂັ້ນ​ຢ່າງ​ແຮງ ເພື່ອ​ພັດ​ທະ​ນາ​ປະ​ເທດ​​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)


      
 ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງມີກົນໄກທີ່ເຂັ້ມແຂງຢ່າງພຽງພໍເພື່ອໃຫ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງກາຍເປັນກຳລັງໜູນຍົກສູງສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢ່າງແທ້ຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

        “ໜ້າທີ່ຂອງລັດຖະບານ ແມ່ນບໍລິຫານນຳພາປະເທດຊາດກ້າວຂຶ້ນ, ປະຕິບັດເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ວາງອອກໃຫ້ໄດ້. ສູ້ຊົນຮອດປີ 2025 ກາຍເປັນປະເທດພັດທະນາມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ຫຼຸດພົ້ນອອກຈາກສະພາບມີລາຍຮັບປານກາງຕ່ຳ, ປີ 2030 ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ. ຮອດປີ 2045 ກາຍເປັນປະເທດພັດທະນາມີລາຍຮັບສູງ. ກ່ອນອື່ນໝົດ, ໃນປີີນີ້ ຈະຕ້ອງສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາການຜະລິດ, ດຳເນີນທຸລະກິດ, ແກ້ໄຂບັນຫາວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ”.

       

ຕອບກັບ

ຂ່າວ/ບົດ​ອື່ນ