ສີສັນວັດທະນະທຳຫວຽດນາມຢູ່ງານມະໂຫລານຊາວຫນຸ່ມ,ນັກສຶກສາໂລກ

(VOVWORLD) -ງານມະໂຫລານຊາວຫນຸ່ມ, ນັກສຶກສາໂລກຄັ້ງທີ 19 ພວມດຳເນີນໄປຢ່າງຟົດຟື້ນຢູ່ Sochi ສະຫະພັນລັດເຊຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 25.000 ຄົນ ແລະ ຜູ້ອາສາສະໝັກ 5000 ຄົນທີ່ມາຈາກຫລາຍປະເທດໃນໂລກ. 
ສີສັນວັດທະນະທຳຫວຽດນາມຢູ່ງານມະໂຫລານຊາວຫນຸ່ມ,ນັກສຶກສາໂລກ - ảnh 1 ຮ້ານວາງສະແດງສິນຄ້າຂອງຫວຽດນາມດຶງດູດແຂກມາຊົມເປັນຈຳນວນຫລວງຫລາຍ

ເນື່ອງໃນໂອກາດນີ້, ຄະນະຜູ້ແທນຫວຽດນາມ ຈະມີການເຄື່ອນໄຫວຫລາຍຢ່າງເພື່ອໂຄສະນາພາບພົດປະເທດຊາດ, ມູນເຊື້ອ ແລະ ສີສັນວັດທະນະທຳຂອງຊາດ.

ພົ້ນເດັ່ນແມ່ນງານວາງສະແດງແນະນຳກ່ຽວກັບໄວຫນຸ່ມຫວຽດນາມ, ບົດບາດ ແລະ ຜົນງານຊື່ງລຸ້ນຫນຸ່ມນຳມາໃຫ້ກິດຈະການສ້າງສາ, ປົກປັກຮັກສາ ແລະ ປ່ຽນແປງໃຫມ່ຂອງປະເທດຊາດ, ແນະນຳບັນດາຜະລິດຕະພັນທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ. ນອກນັ້ນ ຄະນະຜູ້ແທນຫວຽດນາມ ກໍ່ໄດ້ເຂົ້າຮ່ວມການພົບປະແລກປ່ຽນ, ການໂອ້ລົມສົນທະນາສອງຝ່າຍ ກັບັບດນາອົງການຊາວຫນຸ່ມປະເທດຕ່າງໆ, ພົບປະ ແລະ ໂອ້ລົມສົນທະນາກັບທ່ານ Nicolas Papademitrou, ປະທານສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ ແລະ ເຂົ້າຮ່ວມລາຍການສະແດງສິລະປະຢູ່ “ວັນ ອາຊີ - ປາຊີຟີກ”, ເຂົ້າຮ່ວມງານແຂ່ງຂັນບານເຕະ.

ຕອບກັບ

ຂ່າວ/ບົດ​ອື່ນ