ສະຖານທູດຫວຽດນາມປະຈຳອາເມລິກາເປີດສະຫຼອງເວັບໄຊຂໍ້ມູນຂ່າວສານ, ໂຄສະນາ ການທ່ອງທ່ຽວ ແລະວັດທະນະທຳ

(VOVWORLD) - ວັນທີ 29 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາ ໄດ້ຈັດຕັ້ງພິທີເປີດສະຫຼອງເວັບໄຊ ຂອງສະຖານທູດ ກ່ຽວກັບຂໍ້ມູນຂ່າວສານ, ໂຄສະນາການທ່ອງທ່ຽວ ແລະວັດທະນະທຳຫວຽດນາມ. 
ສະຖານທູດຫວຽດນາມປະຈຳອາເມລິກາເປີດສະຫຼອງເວັບໄຊຂໍ້ມູນຂ່າວສານ, ໂຄສະນາ ການທ່ອງທ່ຽວ ແລະວັດທະນະທຳ  - ảnh 1 ສະຖານທູດຫວຽດນາມປະຈຳອາເມລິກາເປີດສະຫຼອງເວັບໄຊຂໍ້ມູນຂ່າວສານ, ໂຄສະນາ ການທ່ອງທ່ຽວ ແລະວັດທະນະທຳ 

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອຕັ້ງໜ້າຜັນຂະຫຍາຍ ວຽກງານການທູດເສດຖະກິດ ແລະການທູດວັດທະນະທຳ ຂອງສະຖານທູດຢູ່ໃນບໍລິເວນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ເນັ້ນໜັກວ່າ:

        “ເວັບໄຊທ່ອງທ່ຽວ ຂອງສະຖານທູດຫວຽດນາມ ປະຈຳອາເມລິກາ ອາດເວົ້າໄດ້ວ່າ ແມ່ນໜຶ່ງໃນບັນດາເວັບໄຊທຳອິດ ຂອງອົງການຜູ້ຕາງໜ້າ ທີ່ປະຈຳຢູ່ຕ່າງປະເທດ ກ່ຽວກັບການທ່ອງທ່ຽວໂດຍສະເພາະ. ນີ້ກໍ່ແມ່ນການກະທຳທີ່ແທດຈິງ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ (ວັນທີ 28-ສິງຫາ) ແລະກໍ່ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 25 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງຫວຽດນາມ ແລະອາເມລິກາເປັນປົກກະຕິ. ພວກຂ້າພະເຈົ້າຖືວ່າ ບັນດາເນື້ອໃນທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ ຈະຊ່ວຍໃຫ້ປະຊາຊົນອາເມລິກາ, ໃນນັ້ນມີປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ອາເມລິກາ ມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າ ກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ ແລະປະຫວັດສາດ ຂອງຫວຽດນາມ, ຜ່ານນັ້ນເພີ່ມທະວີນ້ຳໃຈ ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຈາກນັ້ນ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ”.

        ຕາມກົມໃຫຍ່ທ່ອງທ່ຽວຫວຽດນາມແລ້ວ, ຍາມໃດ ອາເມລິກາ ກໍ່ຢູໃນກຸ່ມ 10 ຕະຫຼາດນັກທ່ອງທ່ຽວສາກົນແຖວໜ້າ ທີ່ມາທ່ຽວຢູ່ຫວຽດນາມ ແລະນີ້ກໍ່ແມ່ນຕະຫຼາດ ເຊິ່ງຂະແໜງທ່ອງທ່ຽວຫວຽດນາມ ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ໜຶ່ງລ້ານຄົນໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ