ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ຈັດຕັ້ງພິທີຕ້ອນຮັບລະດູບານໃໝ່ປີຈໍ 2018

(VOVWORLD) - ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ພາກພູມໃຈຕ້ອນຮັບປີໃໝ່ປີຈໍ 2018 ແລະ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ,
ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ຈັດຕັ້ງພິທີຕ້ອນຮັບລະດູບານໃໝ່ປີຈໍ 2018 - ảnh 1 ທ່ານ ຫງວຽນຫວຽດຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ (ພາບ: vietnam+)

ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ຫາກໍ່ຈັດຕັ້ງງານພົບປະສັງສັນກັບວົງຄະນາຍາດ ເນື່ອງໃນໂອກາດບຸນເຕັດທີ່ເປັນມູນເຊື້ອຂອງປະເທດຊາດຢູ່ນະຄອນ Auckland.

        ທີ່ງານພົບປະສັງສັນ, ທ່ານ ຫງວຽນຫວຽດຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ ສືບຕໍ່ແມ່ນໜຶ່ງໃນບັນດາຂົວຕໍ່ສຳຄັນ ເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ນິວຊີແລນ ໃຫ້ນັບມື້ນັບດີງາມ. ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ນິວຊີແລນ ສືບຕໍ່ພັດທະນານັບມື້ນັບເລິກເຊິ່ງກ້ວາງຂວາງ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 16 ຂອງ ນິວຊີແລນ ດ້ວຍວົງເງິນການຄ້າ 2 ສົ້ນບັນລຸເກືອບ 1,2 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ