ສະພາຄວາມໝັ້ນຄົງ ສປຊ ຈັດການ ປະຊຸມກ່ຽວກັບສະພາບການຢູ່ຊີຣີ

ສະພາຄວາມໝັ້ນຄົງ ສປຊ ຈັດການ ປະຊຸມກ່ຽວກັບສະພາບການຢູ່ຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ:.phapluatxahoi.vn)​

( vovworld ) – ວັນ​ທີ 16/8, ສະພາ​ຄວາມໝັ້ນຄົງ ສປຊ ​ໄດ້​ຈັດການ​ປະຊຸມ​ເພື່ອ​ປຶກສາ​ຫາລືເລື່ອງ​ຈະ​ສ້າງຕັ້ງຫ້ອງການ​ໃໝ່​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ສປຊ ​ແລະ ສະຫະພັນ​ອາຣັບ ​ເພື່ອ​ແນ່​ໃສ່​ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ໃນ​ເວລາ 18 ​ເດືອນ​ຜ່ານ​ມາ​ຢູ່​ຊີຣີ ຫຼືບໍ່. 15 ປະ​ເທດ​ສະມາຊິກສະພາ​ຄວາມໝັ້ນຄົງ ສປຊ ​ໄດ້​ເລີ່​ມ ວາລະ​ປະຊຸມ​ລັບ​ໃນ​ວັນ​ທີ 16/8 ​ໃນ​ສະພາບ​ການ​ທີ່ຄະນະ​ນັກສັງ​ເກດ​ການ ສປຊ ຈະ​ສິ້ນ​ສຸດ​ໜ້າ​ທີ່​ໃນ​ວັນ​ທີ 19/8 ທີ່​ຈະ​ມາ​ເຖິງ. ບັນດາ​ປະ​ເທດ​ສະມາຊິກ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​​ຄະນະ​ຕິດຕາມ​ກວດກາ​ຂອງ ສປຊ ​ແລະ ເລື່ອງຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ພາລະ​ກອນ​ຢູ່​ຊີຣີ ອີກ​ຫຼື​ບໍ່.

   ກ່ອນ​ໜ້ານັ້ນ, ​ໃນ​ຈົດໝາຍ​ຝາກ​​ເຖິງ​ຍັງສະພາ​ຄວາມໝັ້ນຄົງ ສປຊ , ທ່ານ​ເລຂາທິການ​ໃຫ່ຍ Ban Ki Moon ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ​ສະພາບ​ການ​ຢູ່​ຊີຣີ ພວມ​ມີ​ໄພ​ຕົກ​ເຂົ້າສູ່ “​ເສິກ​ກາງ​ເມືອງ​ຢ່າງຮອບດ້ານ“ ​ແລະ ທ່ານ​ສະໜັບສະ​ໜູນ​ເລື່ອງຜັນ​ຂະຫຍາຍ​ບັນດາ​ພາລະ​ກອນ ສປຊ ຢູ່​ຊີຣີ ຍ້ອນ​ວ່າ ສິ່ງ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ມະນຸດ​ສະ​ທຳ ​ແລະ ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດ​ວກ​ໃຫ້​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ຊີຣີ.

 

 

 

ຂ່າວ/ບົດ​ອື່ນ