ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ Kosovo

(VOVWORLD) -ວັນທີ 13 ເມສາ (ຕາມເວລາ New York), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍ ເພື່ອຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄະນະບໍລິຫານຊົ່ວຄາວຂອງ ສປຊ ຢູ່ Kosovo (UNMIK). 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ Kosovo - ảnh 1ກອງປະຊຸມອອນລາຍ ເພື່ອຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄະນະບໍລິຫານຊົ່ວຄາວຂອງ ສປຊ ຢູ່ Kosovo 

    ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຊົມເຊີຍບົດບາດຂອງ UNMIK, ພິເສດແມ່ນໃນການໜູນຊ່ວຍທ້ອງຖິ່ນຮັບມືກັບໂລກລະບາດໂຄວິດ - 19, ເຖິງຢ່າງໃດກໍຕາມ ທ່ານຖືວ່າ ການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງຝ່າຍຍັງມີຂໍ້ຈຳກັດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍຊອກຫາວິທີການແກ້ໄຂຢ່າງຮອບດ້ານ, ຍືນຍົງ ບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ ແລະ ບັນດາມະຕິຂອງ ສະພາຄວາມໝັ້ນຄົງ, ສປຊ, ເພີ່ມທະວີການຊຸກຍູ້ການເຈລະຈາ, ແກ້ໄຂຄວາມແຕກໂຕນທີ່ຍັງຄົງຄ້າງ, ສຸມໃສ່ຮັບມືກັບໂລກລະບາດໂຄວິດ - 19, ຮັບປະກັນຊີວິດການເປັນຢູ່ ແລະ ການພັດທະນາຂອງບັນດາປະຊາຄົມຢູ່ທ້ອງຖິ່ນ.

ນັກຂ່າວ VOV ປະຈຳ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ