ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ບັນ​ຫາ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແລະ ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) -        ໃນເດືອນພຶດສະພານີ້, ສະພາຄວາມໝັ້ນຄົງ, ສປຊ ຈະປຶກສາຫາລືກ່ຽວກັບບັນຫາຄ້ຳປະກັນດ້ານສະບຽງອາຫານ ແລະ ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ບັນ​ຫາ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແລະ ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ - ảnh 1 ຊາວຢູແກຼນ ຍົກຍ້າຍໄປບ່ອນທີ່ປອດໄພ (ພາບ: AFP/TTXVN)

ນີ້ແມ່ນແຈ້ງການຂອງທ່ານນາງ Linda Thomas – Greenfield, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ຍົກອອກມາໃນວັນທີ 3 ພຶດສະພາ. ອາເມລິກາ ກໍແມ່ນປະເທດຮັບດຳລົງຕຳແໜ່ງເປັນປະເທດປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນນີ້.

        ຕາມທ່ານນາງເອກອັກຄະລັດຖະທູດ Thomas – Greenfield ແລ້ວ, ສິ່ງທີ່ພົ້ນເດັ່ນໃນໂຄງການດຳເນີນງານເດືອນນີ້ຂອງ ສະພາຄວາມໝັ້ນຄົງ, ສປຊ ແມ່ນວາລະປຶກສາຫາລືເປີດກ່ຽວກັບ “ສາຍສຳພັນລະຫວ່າງການປະທະກັນຢູ່ ຢູແກຼນ ແລະ ສະພາບການຂາດແຄນດ້ານສະບຽງອາຫານ” ແລະ ວາລະປຶກສາຫາລືບັນດາຄວາມສ່ຽງກໍຄືຜົນປະໂຫຍດຂອງການນຳໃຊ້ເຕັກໂນໂລຢີໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ.

        ກໍໃນເດືອນພຶດສະພານີ້, ບັນດາປະເທດເປັນກຳມະການ ສະພາຄວາມໝັ້ນຄົງ ສປຊ ຈະແລກປ່ຽນກ່ຽວກັບບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ ໃນກອງປະຊຸມດຳເນີນໃນເວລາສັ້ນໆ ທີ່ໄດ້ຂຶ້ນແຜນໃນວັນທີ 5 ພຶດສະພາ.


ຕອບກັບ

ຂ່າວ/ບົດ​ອື່ນ