ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເຫັນດີກັບຈຸດສຸມຂອງຮ່າງມະຕິສຳລັບຊີຣີ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເຫັນດີກັບຈຸດສຸມຂອງຮ່າງມະຕິສຳລັບຊີຣີ - ảnh 1
(ພາບປະກອບ)

(vovworld) - ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເຫັນ​ດີ​ຈຸດ​ສຸມຂອງ​ຮ່າງ​ມະຕິ​ສຳລັບ​ຊີຣີ, ນີ້​ແມ່ນໝາກຜົນ​ທີ່​ບັນລຸ​ໄດ້ ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ບັນດາ​ປະ​ເທດ​ຄະນະ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັນ​ຄົງສະຫະ​ປະຊາ​ຊາດ ​ເຊິ່ງລວມມີ ອາ​ເມ​ລິ​ກາ, ລັດ​ເຊຍ, ຝລັ່ງ, ອັງກິດ ​ແລະ ຈີນ ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ ​ໃນ​ວັນ​ທີ 25 ກັນຍາ. ​ເນື້ອ​ໃນ​ຂອງ​ຮ່າງ​ມະຕິ​ບໍ່​ເຕື້ອງ​ເຖິງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຊີຣີ ຕາມ​ໝວດ​ທີ 7 ​ໃນ​ກົດ​ບັດ​ສະຫະ​ປະຊາ​ຊາດ ຖ້າ​ຫາກ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ບໍ່​ປະຕິບັດ​ແຜນການ​ທຳລາຍ​ອາວຸດ​ເຄມີ​ຂອງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ.

        ຄາດ​ວ່າ, ຮ່າງມະຕິ​ອາດ​ຈະ​ຍື່ນ​ສະ​ເໜີ​ຕໍ່ສະພາໂດຍ​ໄວ ​ແລະ ຜູ້ຕາງ​ໜ້າ 5 ປະ​ເທດ​ກຳມາການ​ປະຈຳ​​ກໍ່​ຈະ​ພົບ​ປະ​ກັນໃນ​ວັນ​ທີ 27 ກັນຍາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ກອງ​ປະຊຸມ​ສັນຕິພາບ​ຊີຣີ ຄື​ດັ່ງ​ໄດ້​ສະ​ເໜີ​ຢູ່​ເຊີ​ແນວ.

        ​ໃນ​ຂະນະ​ນັ້ນ, ຄະນະ​ນັກ​ກວດກາອາວຸດ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ເຖິງ​ຊີຣີ ​ເພື່ອ​ຊອກ​ຫາ​ຫຼັກ​ຖານ​ກ່ຽວ​ກັບ​ບັນດາ​​ເຫດບຸກ​ໂຈມ​ຕີ​ດ້ວຍ​ອາຍ​ພິດ. ​​ໃນ​ເຫດການ​ທີ່​ກ່ຽວຂ້ອງ, ຢູ່​ນອກ​ກອງ​ປະຊຸ​ມຄັ້ງ​ທີ 68 ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ທີ່​ນິວຢອກ, ຫຼາຍ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​​ໃຫ້​ແກ່​ຊີຣີ.

ຂ່າວ/ບົດ​ອື່ນ