ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍ ເພື່ອຫຼີກລ້ຽງການ ປິດປະຕູລັດຖະບານ

(VOVWORLD) - ພາຍຫຼັງໄດ້ຮັບຮອງເອົາຢູ່ສະພາຕ່ຳແລ້ວ, ຮ່າງກົດໝາຍດັ່ງກ່າວຈະໄດ້ຍືນສະເໜີຕໍ່ສະພາສູງໃນວັນດຽວກັນ.
ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍ ເພື່ອຫຼີກລ້ຽງການ ປິດປະຕູລັດຖະບານ  - ảnh 1ທ່ານປະທານສະພາຕ່ຳ Kevin McCarthy
(ພາບ: AFP/TTXVN)

ໃນຄວາມພະຍາຍາມໃນນາທີສຸດທ້າຍ ເພື່ອຫຼີກເວັ້ນບໍ່ໃຫ້ເກີດການປິດປະຕູລັດຖະບານ ເປັນສ່ວນໜຶ່ງ, ວັນທີ 30 ກັນຍາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານຊົ່ວຄາວ ດ້ວຍບັດເຫັນດີ 335 ບັດ ແລະ ບັດຄ້ານ 91 ບັດ.

ພາຍຫຼັງໄດ້ຮັບຮອງເອົາຢູ່ສະພາຕ່ຳແລ້ວ, ຮ່າງກົດໝາຍດັ່ງກ່າວຈະໄດ້ຍືນສະເໜີຕໍ່ສະພາສູງໃນວັນດຽວກັນ. ພາຍຫຼັງທີ່ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານຊົ່ວຄາວ, ໃນເວລາພຽງ 2-3 ຊົ່ວໂມງກ່ອນໝົດກຳນົດເວລາຄືວັນທີ 30 ກັນຍາ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍງົບປະມານໄລຍະສັ້ນ ເພື່ອຫຼິກລ້ຽງເລື່ອງລັດຖະບານຕ້ອງປິດປະຕູສ່ວນໜຶ່ງ. ກົດໝາຍວ່າດ້ວຍງົບປະມານຊົ່ວຄາວສະບັບນີ້ ຈະອະນຸຍາດໃຫ້ລັດຖະບານ ຮັກສາການເຄື່ອນໄຫວຈົນຮອດວັນທີ 17 ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ