ສະພາບຕົວຈິງ ແລະ ມາດຕະການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ໃນໄລຍະໃໝ່

ສະພາບຕົວຈິງ ແລະ ມາດຕະການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ໃນໄລຍະໃໝ່ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ສະພາບ​ຕົວ​ຈິ​ງ ​ແລະ
ມາດ​ຕະການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ​​ໃນ​​ໄລຍະ​ໃໝ່”
(ພາບ: vietnamplus.vn)


(vovworld) -  ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ສະພາບ​ຕົວ​ຈິ​ງ ​ແລະ ມາດ​ຕະການ​ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ​​ໃນ​​ໄລຍະ​ໃໝ່” ​ເຊິ່ງກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຈັດ​ຕັ້ງ​ໃນ​ວັນ​ທີ 15/05, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ນັກຄົ້ນຄວ້າ​ວັດທະນະທຳ​ຂັ້ນ​ສູງ​ກາງ ​ແລະ ທ້ອງ​ຖິ່ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄຳ​ເຫັນ​ໄດ້​ສະ​ເໜີ​ທັດສະນະ, ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ສືບ​ຕໍ່​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ກ້າວໜ້າ​ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ກະຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ບົດ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ໄດ້​ຊຸມ​ໃສ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ພາຍ​ພາກໜ້າ ​ແລະ ຍາວ​ນານ​ໃນ​ການ​ພັດທະນາ​ວັດທະນະທຳ​ຄື; ສືບ​ຕໍ່​ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບພື້ນຖານ​ວັດທະນະທຳ​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັຍຊາດຕິ​ດພັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຄົບ​ຊຸດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ເຮັດ​ໃຫ້​ວັດທະນະທຳ​ຊາບ​ຊືມ​ເຂົ້າ​ກັບ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ຢ່າງ​ເລີກ​ເຊິ່ງ. ສ້າງ​ສະພາບ​ແວດ​ລ້ອມ, ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ, ​​ເສີມ​ຂະຫຍາຍ​ຈິດ​ໃຈ​ສະໝັກ​ໃຈ, ​ເປັນ​ເຈົ້າ​ຕົນ​ເອງ, ​ຫົວຄິດ​ປະດິ​ດສ້າງ​ຂອງ​ປະຊາຊົນ. ຍູ້​ແຮງ​ວຽກ​ງານ​ອະນຸລັກ​ຮັກ​ສາ, ສືບທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ; ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເອກະ​ພາບ​​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ, ສີສັນວັດທະນະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ. ​ເສີມ​ຂະຫຍາຍ​ຄວາມ​ສາມາດບົ່ມ​ຊ້ອນ, ສົ່ງ​ເສີມຫົວຄິດ​ປະດິດ​ສ້າງ​ວັດ​ນະ​ຄະດີ​ສີ​ລະ​ປະ,  ​ແຕ່ງ​ບົດ​ປະພັນ​ວັດ​ນະ​ຄະດີ​ສີ​ລະ​ປະ​ທີ່​ດີ​ເດັ່ນສ່ອງ​ແສງ​ຫົວຄິດ​ປະດິດ​ສ້າງ​ຂອງ​ພື້ນຖານວັດທະນະທຳ​ໃໝ່.
ຂ່າວ/ບົດ​ອື່ນ