ສະພາບສິດທິມະນຸດຢູ່ຫວຽດນາມນັບມື້ໄດ້ຮັບການປົວແປງ

   ສະພາບສິດທິມະນຸດຢູ່ຫວຽດນາມນັບມື້ໄດ້ຮັບການປົວແປງ - ảnh 1
ຍາມໃດຫວຽດນາມກໍພະຍາຍາມປະຕິບັດບັນດາເປົ້າໝາຍ
ສະຫັດສະວັດເປັນຢ່າງດີ
(ພາບ: intrenet)

(vovworld)- ວັນ​ທີ 5/2, ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ, ກອງ​ປະຊຸມ​ປະຈຳ​ໄລຍະ ສຳຫຼວດກວດຄືນກ່ຽວ​ກັບ​ສະພາບ​ການ​ສິດທິມະນຸດຫວຽດນາມໄດ້ຮັບການ ປະຕິບັດຢູ່ ສະພາ​ສິດທິມະນຸດແຫ່ງສ.ປ.ຊ ຊຶ່ງຫວຽດນາມຫາກໍກາຍເປັນ ສະມາຊິກດ້ວຍ ຈຳນວນສຽງ​ສະໜັບສະໜູນ​ສູງ​ສຸດ. ຕາມ​ການ​ຊີ້​ນຳ​ຂອງ​ສະພາ​ສິດທິມະນຸດ, ບົດ​ລາຍ​ງາຍສຳຫຼວດກວດຄືນ​ຄັ້ງທີ 2 ຈະ​ເລັ່ງ​ໃສ່​ແນະນຳ​ການ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ​ຊຶ່ງ​ຫວຽດນາມ​ໄດ້​ເຫັນ​ດີ​ຈາກ​ການສຳຫຼວດກວດຄືນ​ຄັ້ງ​ກ່ອນ, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ພັດທະນາ​ໃໝ່, ບັນດາ​ຜົນງານ​ທີ່​ຫວຽດນາມ​ຍາດ​ມາ​ໄດ້​ໃນ​ສະພາບ​ຕົງ​ຈິງ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂດ​ຮັບ​ບຸລິມະ​ສິດຄື​ລົບ​ລ້າງຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ຮັບປະກັນ​ສິດທິມະນຸດ​ໃຫ້​ແກ່​ຊາວ​ເຜົ່າ​ສ່ວນ​ໜ້ອຍ....

     ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ​ແລ້ວ, ຫວຽດນາມ​ສາມາດ​ຕອບ​ສະໜອງ​ກ່ວາ 80%ຈຳນວນ​ຂໍ້​ສະ​ເໜີ​ແນະ​ໂດຍ​ບັນດາ​ປະ​ເທດ​ໄດ້​ວາງອອກ​​ໃຫ້​ຫວຽດນາມ​ໃນ​ການສຳຫຼວດກວດຄືນ ປະຈຳ​ໄລຍະ​ຄັ້ງ​ທຳ​ອິດ​ປີ 2009.

    ໝາກຜົນ​ການສຳຫຼວດກວດຄືນ ປະຈຳ​ໄລຍະ​ຄັ້ງທີ 2 ນີ້ ຈະ​ປະກອບ​ສ່ວນ​​ເຮັດ​ໃຫ້​ຫວຽດນາມ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ມີ​ຄວາມ​ຮັບຜິດ ຊອບຕໍ່​ກິດຈະການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ຄຸນຄ່າ ​ສິດທິມະນຸດ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ກໍ​ມີ​ເງື່ອນ​ໄຂ​ຖອດ​ຖອນ​ບົດຮຽນ​ທີ່​ດີ​ຈາກ​ເພື່ອນ​ມິດສາ​ກົນ​ແນ​ໃສ່​ຮັບປະກັນ​ບັນດາ​ສິດທິ​ຂອງ​ພົນລະ​ເມືອງ.

ຂ່າວ/ບົດ​ອື່ນ