ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມພວມໄດ້ຮັບ ການປັບປຸງເທື່ອລະກ້າວ

ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມພວມໄດ້ຮັບ ການປັບປຸງເທື່ອລະກ້າວ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 04/11, ສະ​ຖາ​ບັນ​ຄົ້ນຄວ້າ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ, ກົມ​ໃຫຍ່​ສະຖິຕິ ​ແລະ ມະຫາວິທະຍາ​ໄລ Copenhagen ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະກາດ​ບົດ​ລາຍ​ງານ “ລັກສະນະສະພາບ​ແວດ​ລ້ອ​ມ​ແຫ່ງ​ການດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ - ໝາກຜົນ​ການ​ສຳ​ຫຼວດ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ​ກາງ​ປີ 2013”. ຕາມ​ໝາກຜົນ​ການ​ສຳ​ຫຼວດ​ແລ້ວ, ມີ​ປະມານ 70% ວິ​ສາ​ຫະກິດ ​ໄດ້​ຮັບ​ການ​ສຳ​ຫຼວດຖື​ວ່າ ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ຍັງ​ສົ່ງ​ຜົນ​ສະທ້ອນ​​ຫຍໍ້​ທໍ້​ເຖິງ​​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ປີ 2013 ​ແລະ ມີພຽງ​ 15% ຈຳນວນ​ວິ​ສາ​ຫະກິດ​ບໍ່ຖືກ​ຜົນ​ກະທົບທີ່​ຫຍໍ້​ທໍ້​ຈາກ​ວິ​ກິດ​ການ​ປີ 2007 – 2008. ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ໝາກຜົນ​ການ​ສຳ​ຫຼວດ 2.500 ວິ​ສາ​ຫະກິດ​ຊີ້​ໃຫ້​ເຫັນ​ວ່າ, ສະພາບ​ແວດ​ລ້ອມ​ແຫ່ງການ​ດຳ​ເນີນ​ທຸລະ​ກິດ​ໄດ​້ຮັບ​ການປັບປຸງ​ແລ້ວ​ແຕ່​ຍັງຄົງ​ຊັກ​ຊ້າ​ຢູ່. ບົດ​ລາຍ​ງານ​ໄດ້​ສະໜອງ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ​ກາງ​ຫວຽ​ດນາມ ​ແລະ ສິ່ງກີດຂວາງ​ຕົ້ນ​ຕໍຈຳນວນ​ໜຶ່ງ​ຂອງພາກສ່ວນ​ວິ​ສາ​ຫະກິດດັ່ງກ່າວ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ສາກົນສະ​ເໜີ, ບັນດາ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​​ສຸມ​ໃສ່​ເຖິງ​ການ​ຍົກ​ສູງ​ຄວາມ​ສາມາດ​ທີ່ມີຫົວຄິດ​ປະດິດ​ສ້າງ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ.

ຂ່າວ/ບົດ​ອື່ນ